ລາວ-ຈີນ ເພີ່ມ​ທະ​ວີ​ການ​ພົວ​ພັນ​ສອງ​ຝ່າຍ

(VOVWORLD) - ບົດແຈ້ງຂ່າວຂອງກະຊວງການຕ່າງປະເທດລາວ ໃຫ້ຮູ້ວ່າ, ທີ່ການພົບປະ, ທ່ານປະທານປະເທດລາວ ທອງລຸນ ສີສຸລິດ ແລະ ຄູ່ຮ່ວມຕຳແໜ່ງຈີນ, ທ່ານ ສືຈິນຜິງ ໄດ້ເຫັນດີເປັນເອກະສັນ ຈະຮ່ວມມືພັດທະນາເສດຖະກິດ ລຽບຕາມເສັ້ນທາງລົດໄຟ ລາວ-ຈີນ ຊື່ງໄດ້ເປີດນຳໃຊ້ໃນວັນດຽວກັນ.
ລາວ-ຈີນ ເພີ່ມ​ທະ​ວີ​ການ​ພົວ​ພັນ​ສອງ​ຝ່າຍ - ảnh 1

 ປະທານປະເທດຈີນ ສືຈິນຜິງ  (ຂວາ) ແລະ ປະທານປະເທດລາວ ທອງລຸນ ສີສຸລິດ ທີ່ການພບົປະແບບທາງໄກເມື່ອ 3/12/2021 (ພາບ: Kyodo/TTXVN)

   ທີ່ການພົບປະແບບທາງໄກເມື່ອຕອນບ່າຍວັນທີ 3 ທັນວາ, ການນຳສອງປະເທດລາວ,ຈີນ ໄດ້ໃຫ້ຄຳໝັ້ນສັນຍາຈະປັບປຸງ ແລະ ເພີ່ມທະວີການພົວພັນ ແລະ ຮ່ວມມືລະຫວ່າງສອງປະເທດກ່ວາອີກ.

   ບົດແຈ້ງຂ່າວຂອງກະຊວງການຕ່າງປະເທດລາວ ໃຫ້ຮູ້ວ່າ, ທີ່ການພົບປະ, ທ່ານປະທານປະເທດລາວ ທອງລຸນ ສີສຸລິດ ແລະ ຄູ່ຮ່ວມຕຳແໜ່ງຈີນ, ທ່ານ ສືຈິນຜິງ ໄດ້ເຫັນດີເປັນເອກະສັນ ຈະຮ່ວມມືພັດທະນາເສດຖະກິດ ລຽບຕາມເສັ້ນທາງລົດໄຟ ລາວ-ຈີນ ຊື່ງໄດ້ເປີດນຳໃຊ້ໃນວັນດຽວກັນ.

   ພາຍຫຼັງພິທີເປີດນຳໃຊ້, ປະທານປະເທດສອງປະເທດ ໄດ້ມອບໃຫ້ບັນດາເຈົ້າໜ້າທີ່ສອງປະເທດ ປຶກສາຫາລືບັນດາວຽກງານຕ້ອງເຮັດ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ ແລະ ການໄປມາໃນເສັ້ນທາງລົດໄຟນີ້. ສອງຝ່າຍຍັງເຫັນດີເປັນເອກະສັນ ຈະເພີ່ມທະວີການຮ່ວມມືຢູ່ສເວທີປາໄສພາກພື້ນ ແລະ ສາກົນ ເພື່ອຜົນປະໂຫຍດລວມຂອງສອງປະເທດ ແລະ ການຕໍ່ສູ້ຕ້ານໂລກລະບາດ COVID-19. 

ຕອບກັບ

ຂ່າວ/ບົດ​ອື່ນ