ລາວປະກາດເຫດການຕ້ອນຮັບບຸນປີໃໝ່
ນັກຂ່າວ VOV ປະຈຳລາວ -  
ພາບປະກອບ
(vovworld) - ວັນທີ 6/4, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີລາວ ໄດ້ປະກາດເຫດການຕ້ອນຮັບປີໃໝ່ ແລະ ຝາກຄຳອວຍພອນປີໃໝ່ເຖິງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ແລະ ກໍຄືປະຊາຊົນລາວທີ່ພວມດຳລົງຊີວິດຢູ່ຕ່າງປະເທດ. ບຸນປີໃໝ່ລາວພ.ສ 2555 ຈະດຳເນີນແຕ່ວັນທີ 13 – 15/4. ລັດຖະບານລາວຮຽກຮ້ອງໃຫ້ອຳນາດການປົກຄອງທ້ອງຖິ່ນຕ່າງໆ ຈົ່ງສ້າງເງື່ອນໄຂຊ່ວຍເຫຼືອຄົນທຸກຍາກ ເພື່ອໃຫ້ທຸກຄອບຄົວລ້ວນແຕ່ໄດ້ຕ້ອນຮັບບຸນປີໃໝ່ຢ່າງມ່ວນຊື່ນ, ຕັກເຕືອນປະຊາຊົນຈົ່ງຕ້ອນຮັບບຸນປີໃໝ່ຖືກຕາມຮີດຄອງປະເພນີ, ສີສັນວັດທະນະທຳຂອງຊາດ ແຕ່ວ່າຕ້ອງປະຢັດ ແລະ ຮັບປະກັນປອດໄພ. ແຈ້ງການກໍຍັງຕັກເຕືອນປະຊາຊົນວ່າ: ເມື່ອຫົດນ້ຳຢູ່ຕາມທ້ອງຖະໜົນແມ່ນຕ້ອງຮັບປະກັນຄວາມປອດໄພໃນການສັນຈອນໄປມາ, ລະວັງເກີດເຫດລະເບີດ, ໄຟໄໝ້, ຮັກສາພາບພົດທີ່ດີງາມກ່ຽວກັບວັດທະນະທຳສີສັນຂອງລາວ ໃນສາຍຕາຂອງແຂກສາກົນທີ່ມາທ່ອງທ່ຽວລາວໃນໄລຍະນີ້.
ນັກຂ່າວ VOV ປະຈຳລາວ