ລາວສຳເລັດວຽກງານ ກະກຽມຈັດຕັ້ງກອງປະຊຸມ ASEM 9
Quoc Khanh ນັກຂ່າວ VOV ປະຈຳລາວ -  
ASEM 9 ມີຫົວຂໍ້ວ່າ: “ເພື່ອນມິດເພື່ອສັນຕິພາບ,
ຄູ່ຮ່ວມມືເພື່ອຄວາມຈະເລີນຮຸ່ງເຮືອງ“
(ພາບ:nguyentandung.org)
(VOV)- ກອງປະຊຸມສຸດຍອດອາຊີ-ເອີລົບ ຄັ້ງທີ 9 (ASEM 9 ) ໂດຍ ສປປລາວ ເປັນເຈົ້າພາບຈັດຕັ້ງຂຶ້ນຈະດຳເນີນແຕ່ວັນທີ 5-6/11/2012. ດ້ວຍຫົວຂໍ້ວ່າ: “ເພື່ອນມິດເພື່ອສັນຕິພາບ, ຄູ່ຮ່ວມມືເພື່ອຄວາມຈະເລີນຮຸ່ງເຮືອງ“, ທີ່ກອງປະຊຸມ ASEM 9, ບັນດາການນຳອາຊີ-ເອີລົບ ຈະປຶກສາຫາລືບັນດາບັນຫາພາກພື້ນ ແລະ ສາກົນຕ່າງມີຄວາມສົນໃຈ. ເອກະສານສຳຄັນສອງສະບັບຊື່ງຄາດວ່າຈະຖືກຮັບຮອງເອົາທີ່ກອງປະຊຸມ ASEM 9 ແມ່ນຖະແຫຼງການຂອງທ່ານປະທານ ASEM 9 ແລະ ຖະແຫຼງການວຽງຈັນ ກ່ຽວກັບການເພີ່ມທະວີນ້ຳໃຈມິດຕະພາບເພື່ອສັນຕິພາບ ແລະ ການພັດທະນາ.
ASEM 9 ແມ່ນໂອກາດທີ່ດີເພື່ອໃຫ້ລາວ ຍົກສູງບົດບາດ ແລະ ອິດທິພົນຊື່ງສຽງໃນພາກພື້ນ ແລະ ໃນເວທີສາກົນ ແລະ ກໍ່ແມ່ນໂອກາດເພື່ອເພີ່ມທະວີການຮ່ວມມື, ການເຊື່ອມຕໍ່ເສດຖະກິດລະຫວ່າງລາວ ກັບອາຊີ ແລະ ເອີລົບ ເພື່ອແນໃສ່ສົ່ງເສີມການສົ່ງອອກ, ດຶງດູດການລົງທຶນ… ທ່ານສິງທອນ ຈິນໂຍທິນ, ຫົວໜ້າກົມການຂ່າວ, ກະຊວງການຕ່າງປະເທດລາວ ໃຫ້ຮູ້ວ່າ: ມາຮອດປະຈຸບັນ, ວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊີ-ເອີລົບ ຄັ້ງທີ 9 ASEM 9 ໄດ້ສຳເລັດແລ້ວ, ລັດຖະບານ ແລະ ປະຊາຊົນລາວ ພ້ອມແລ້ວທີ່ຈະຈັດກອງປະຊຸມດັ່ງກ່າວໃຫ້ສຳເລັດຜົນ.
Quoc Khanh ນັກຂ່າວ VOV ປະຈຳລາວ