ລາວ-ຫວຽດນາມ ຈະເປີດສາຍການບິນຄືນໃໝ່ ພາຍຫຼັງບັນລຸໄດ້ຄວາມເຫັນດີເຫັນພ້ອມ

(VOVWORLD) -2 ປະເທດພວມຢູ່ໃນໄລຍະພິຈາລະນາ, ປຶກສາຫາລືກ່ຽວກັບເລື່ອງເປີດສາຍການບິນຄືນໃໝ່, ກໍຄືບັນດາມາດຕະການເພື່ອຮັບປະກັບຄວາມປອດໄພເມື່ອຮັບຜູ້ໂດຍສານເຂົ້າເມືອງຜ່ານທາງການບິນ.
ລາວ-ຫວຽດນາມ ຈະເປີດສາຍການບິນຄືນໃໝ່ ພາຍຫຼັງບັນລຸໄດ້ຄວາມເຫັນດີເຫັນພ້ອມ - ảnh 1(ພາບປະກອບອີນເຕີແນັດ)

ລາວ ພວມຕັ້ງໜ້າພິຈາລະນາການເປີດສາຍການບິນກັບຫວຽດນາມ ຄືນໃໝ່ ໃນໄລຍະໄວ້ທີ່ສຸດເທົ່າທີ່ສາມາດ - ຂໍ້ມູນດັ່ງກ່າວໂດຍວິທະຍຸກະຈາຍສຽງແຫ່ງຊາດລາວ ອອກອາກາດໃນວັນທີ 28 ທັນວາ. ທ່ານ ພອນສີ ບຸນມີໄຊ, ຮອງຫົວໜ້າກົມກົງສູນ, ກະຊວງການຕ່າງປະເທດລາວ ໃຫ້ຮູ້ວ່າ, 2 ປະເທດພວມຢູ່ໃນໄລຍະພິຈາລະນາ, ປຶກສາຫາລືກ່ຽວກັບເລື່ອງເປີດສາຍການບິນຄືນໃໝ່, ກໍຄືບັນດາມາດຕະການເພື່ອຮັບປະກັບຄວາມປອດໄພເມື່ອຮັບຜູ້ໂດຍສານເຂົ້າເມືອງຜ່ານທາງການບິນ. ຕາມທ່ານ ພອນສີ ບຸນມີໄຊ ແລ້ວ, 2 ຝ່າຍໄດ້ເຫັນດີເປັນເອກະພາບບາງບັນຫາຄື: ພຽງແຕ່ຕ້ອນຮັບພົນລະເມືອງທີ່ມາຈາກລາວ ແລະ ຫວຽດນາມ; ບໍ່ອະນຸຍາດໃຫ້ບັນດາບໍລິສັດການບິນຮັບໃຊ້ຜູ້ໂດຍສານໄປຜ່ານ; ອະນຸດຍາດໃຫ້ບັນດາກໍລະນີຢູ່ຫວຽດນາມ ໄດ້ 30 ວັນຈຶ່ງສາມາດໄປເຖິງປະເທດທີ 3 ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ