(vovworld)- ໃນຕອນເຊົ້າ ວັນທີ 24/10, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ ໄດ້ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 2, ສະພາແຫ່ງຊາດລາວ ຊຸດທີ 8. ກອງປະຊຸມສະໄໝສາມັນນີ້ໄດ້ປຶກສາຫາລື ແລະ ຮັບຮອງເອົາບົດລາຍງານ ຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ; ແຜນນະງົບປະມານ, ນະໂຍບາຍເງິນຕາ ປີ 2015-2016 ແລະ ແຜນການ ປີ 2016-2017; ປຶກສາຫາລື ແລະ ຮັບຮອງເອົາບົດລາຍງານ ຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການເຄື່ອນໄຫວ 6 ເດືອນທ້າຍ ປີ 2016 ແລະ ແຜນການເຄື່ອນໄຫວ ປີ 2017 ຂອງສະພາແຫ່ງຊາດ ຊຸດທີ 8. ໃນກອງປະຊຸມສະໄໝສາມັນຄັ້ງນີ້, ມີຫຼາຍເນື້ອໃນສຳຄັນອື່ນ ກໍ່ຈະໄດ້ຮັບການປຶກສາຫາລື ແລະ ຮັບຮອງເອົາ ເຊັ່ນ: ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແຂວງສະຫວັນນະເຂດ; ບົດລາຍງານການເຄື່ອນໄຫວ ໄລຍະ 5 ປີ 2011-2015, ການເຄື່ອນໄຫວ ປີ 2015-2016 ແລະ ທິດທາງແຜນການເຄື່ອນໄຫວໄລຍະ 5 ປີ 2016-2020 ຂອງລັດຖະບານ.
ກອງປະຊຸມສະໄໝສາມັນ ຄັ້ງທີ 2, ຂອງສະພາແຫ່ງຊາດລາວ ຊຸດທີ 8 ຈະດຳເນີນໃນລະຫວ່າງ ວັນທີ 24/10-18/11/2016.