ລາວເພີ່ມທະວີວຽກງານກະກຽມໃຫ້ການສ້າງຕັ້ງຂອງAEC

ລາວເພີ່ມທະວີວຽກງານກະກຽມໃຫ້ການສ້າງຕັ້ງຂອງAEC - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​
ການກຽມ​ພ້ອມ ​ແລະ ບັນດາ​ສິ່ງ​ທ້າ​ທາຍ​ສຳລັບ ສປປ ລາວ
(ພາບ: vietnam+)


(vovworld) – ​ ວັນ​ທີ 19/11 ຢູ່​ນະຄອນຫລວງ ວຽງ​ຈັນ, ສປປ ລາວ, ສະຖານ​ບັນ​ວິທະຍາສາດ ​ແລະ ສັງຄົມ ລາວ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ດ້ວຍ​ຫົວ​ຂໍ້ວ່າ “ປະຊາ​ຄົມ​ເສດຖະກິດ ອາ​ຊຽນ: ການກຽມ​ພ້ອມ ​ແລະ ບັນດາ​ສິ່ງ​ທ້າ​ທາຍ​ສຳລັບ ສປປ ລາວ”. ຄະນະ​ຜູ້​ແທນ ຫວຽດນາມ ​ໂດ​ຍທ່ານຮອງ​ສາດສະດາຈາ​ນ, ດຣ ຫງວຽນ​ຢູຍຢຸງ, ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້, ສະພາ​ມະຫາບັນ​ດີດວິທະຍາສາດ ຫວຽດນາມ ​ເປັນ​ຫົວໜ້າ​ຄະນະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ. ​ໃນ 2 ວັນ​ດຳ​ເນີນກອງ​ປະຊຸມ​ສຳ​ມະ​ນາ​, ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ບົດ​ທາ​ບທາມ​ຄຳ​ເຫັນ​ດ້ວຍ​ຫົວ​ຂໍ້​ຕ່າງໆ​ຄື: ​ແງ່​ຫວັງ ​ແລະ ສິ່ງ​ທ້າ​ທາຍ​ຂອງ ລາວ ​ເມື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະຊາ​ຄົມ ອາ​ຊຽນ. ຄວາມ​ສາມາດ​ແກ່ງ​ແຍ້​ງ​ໃນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຂອງ​ບັນດາ​ວິ​ສາ​ຫະກິດ ລາວ ​ເມື່ອ​ເຊື່ອມ​ໂຍງ AEC, ປະຊາ​ຄົມ ອາ​ຊຽນ ດ້ວຍ​ການ​ອະນຸລັກ​ຮັກສາ​ຊັບ​ພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ…​ຕາມ​ບັນດາ​ຜູ້​ແທນ​ແລ້ວ, ລາວ ​ໄດ້​ກະກຽມ​​ດ້ານ​ວິຊາ​ສະ​ເພາະ, ຄວາມ​ຮູ້, ວິທີ​ການ ​ແລະ ​ແຜນການ​ຮ່ວມ​ມື​​ໃນ​ທຸກຂົງ​ເຂດ​ເປັນ​ຢ່າງ​ດີ ​ເພື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ AEC.

        ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ນັກ​ຄົ້ນຄວ້າ​ມາ​ຈາກ ສະພາ​ມະຫາບັນ​ດີດ​ວິທະຍາສາດ​ສັງຄົມ ຫວຽດນາມ ​ໄດ້​ແບ່ງປັນ​ບັນດາ​ບົດຮຽນ​ຂອງ ຫວຽດນາມ ​ໂດຍ​ຜ່ານ 2 ບົດ​ທາ​ບທາມ​ຄຳ​ເຫັນ​ດ້ວຍ​ຫົວ​ຂໍ້ວ່າ: “ຄວາມ​ເປັນ​ເຈົ້າການ ​ແລະ ບັນດາ​ສິ່ງ​ທ້າ​ທາຍ​ຂອງ ຫວຽດນາມ ​ເມື່ອ​ເຂົ້າ​ຮ່ວມ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ 2015”, “ປະຊາ​ຄົມ​ເສດຖະກິດ ອາ​ຊຽນ ​ແລະ ຄວາມໃສ່​ໃຈ​ສຳລັບບັນດາ​ປະ​ເທດ​ດ້ວຍ​ພັດທະນາ​”.

ຂ່າວ/ບົດ​ອື່ນ