ລາວແລະໄທເຫັນດີເປັນເອກະສັນເພີ່ມທະວີການຮ່ວມມື

ລາວແລະໄທເຫັນດີເປັນເອກະສັນເພີ່ມທະວີການຮ່ວມມື - ảnh 1
ພ​າບ​ປະ​ກອບ

(vovworld) –  ວັນ​ທີ 26/11, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປ​ຣາ​ຢຸດ ຈັນ​ໂອ​ຈາ ແລະ ຄະ​ນະ​ຜູ້​ແທນ​ລັດ​ຖະ​ບານ​ປະ​ເທດນີ້​ໄດ້​ໄປ​ຮອດ​ນະ​ຄອນຫຼວງ ວຽງ​ຈັນ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ລາວ ເພື່ອ​ແນ​ໃສ່​ປັບ​ປຸງ​ການ​ພົວ​ພັນ​ກັບ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ນີ້. ທີ່​ການ​ເຈ​ລະ​ຈາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ສິງ​ ທຳ​ມະ​ວົງ ແລະ ຄູ່​ຕຳ​ແໜ່ງ ໄທ ປ​ຣາ​ຢຸດ ຈັນ​ໂອ​ຈາ ເຫັ​ນ​ດີ​ເປັນ​ເອ​ກະ​ສັນ​ເພີ່ມ​ທ​ະ​ວີ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ເລິກ​ເຊິ່ງ​ກ່​ວາ​ອີກ ເພື່ອ​ແນ​ໃສ່​ກະ​ກຽມ​ໃຫ້​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊ​ຽນ ໃນ​ປີ 2015. 2 ຝ່າຍກໍ່​ເຫັນ​ດີ​ເປັນ​ເອ​ກະ​ສັນ​ສືບ​ຕໍ່​ສຳ​ຫຼ​ວດ ແລະ ກຳ​ນົດ​ເຂດ​ຊາຍ​ແດນ, ຮ​່ວມ​ມື​ແຮງ​ງານ, ການ​ຄ້າ, ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ, ບຸກ​ຄະ​ລາ​ກອນ ແລະ ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ປະ​ທານ​ປະ​ເທດ ລາວ ຈູມ​ມະ​ລີ​ ໄຊ​ຍະ​ສອນ ແລະ ທ່ານ​ນາງ​ປ​ະ​ທານ​ສະ​ພ​າ​ແຫ່ງ​ຊາດ ປາ​ນີ ຢາ​ທໍ່​ຕູ້ ຕາມ​ພິ​ທີ​ການ​ທູດ.


ຂ່າວ/ບົດ​ອື່ນ