ລີເບເຣີຍຮັບຮູ້ອີກ2ກໍລະນີຕິດເຊື້ອພະຍາດEbolaໃໝ່
ພາລະກອນການແພດເຮັດວຽກຢູ່ Monrovia, ລີເບເຣັຍ ເມື່ອວັນທີ 29/9/2014.
(ພາບ: AFP/TTXVN)
|
(vovworld) – ວັນທີ 1/7, ບັນດາເຈົ້າໜ້າທີ່ ລີເບເຣັຍ ຮັບຮູ້ວ່າ: ຢ່າງໜ້ອຍສຸດມີ 2 ຄົນຕິດເຊື້ອພະຍາດ Ebola ໃໝ່ຢູ່ປະເທດນີ້, ນັບແຕ່ເມື່ອມີເຍົາວະຊົນຄົນໜຶ່ງເສຍຊີວິດຍ້ອນໄວຣັດທີ່ອັນຕະລາຍນີ້. ບັນດາເຈົ້າໜ້າທີ່ການແພດຂອງປະເທດນີ້ໃຫ້ຮູ້ວ່າ: 2 ກໍລະນີຕິດແປດເຊື້ອພະຍາດ Ebola ໃໝ່ໄດ້ຄົ້ນພົບຢູ່ເທດສະບານ, ບ່ອນທີ່ທ້າວ Abaraham Memaigar, ອາຍຸ 17 ປີຖືກຕິດໄວຣັດ Ebola ແລະ ເສຍຊີວິດ. 2 ກໍລະນີນີ້ລ້ວນແຕ່ມີການສຳພັດໂດຍກົງກັບທ້າວ Abaraham Memaigar ກ່ອນທີ່ເສຍຊີວິດ. ປະຈຸບັນ, ພາລະກອນການແພດ 14 ຄົນທີ່ມີການສຳພັດກັບທ້າວ Memaigar ພວມໄດ້ຮັບການຕິດຕາມກວດກາຢ່າງໃກ້ຊິດ.