ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ງວດ​ທຳ​ອິດ ຈາກ ອົດ​ສະ​ຕາ​ລີ ໄດ້​ສົ່ງມາ​ຮອດ ຫວຽດ​ນາມ

(VOVWORLD) -ຕາມແຈ້ງການຈາກເວັບໄຊຂອງສະຖານທູດ ອິດສະຕາລີ ປະຈຳ ຫວຽດນາມ, ວັກຊິນກັນພະຍາດໂຄວິດ - 19 AstraZeneca ຈຳນວນ 403.000 ໂດສ ຂອງ ອົດສະຕາລີ ໄດ້ສົ່ງມາຮອດ ຫວຽດນາມ ໃນວັນທີ 27 ສິງຫາ. 
ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ງວດ​ທຳ​ອິດ ຈາກ ອົດ​ສະ​ຕາ​ລີ ໄດ້​ສົ່ງມາ​ຮອດ ຫວຽດ​ນາມ - ảnh 1ວັກຊິນກັນພະຍາດໂຄວິດ - 19 AstraZeneca ຈຳນວນ 403.000 ໂດສ ຂອງ ອົດສະຕາລີ ໄດ້ສົ່ງມາຮອດ ຫວຽດນາມ ໃນວັນທີ 27 ສິງຫາ (ພາບ: ສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ)

ນີ້ແມ່ນວັກຊິນງວດທຳອິດ ໃນຈຳນວນທັງໝົດ 1,5 ລ້ານໂດສ ເຊິ່ງ ອົດສະຕາລີ ໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍໃຫ້ແກ່ ຫວຽດນາມ ໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19. ຕາມທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ Marise Payne ແລ້ວ, ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດ ແລະ ແມ່ນເພື່ອນສະໜິດສະໜົມຂອງ ອົດສະຕາລີ. ການໜູນຊ່ວຍຂອງ ອົດສະຕາລີ ຈະຊ່ວຍຮັບປະກັນວ່າ ຜູ້ທີ່ພວມດຳລົງຊີວິດຢູ່ ຫວຽດນາມ ທຸກຄົນ ຕາງກໍຈະໄດ້ສັກວັກຊິນໃນເວລາຍິ່ງໄວກໍຍິ່ງດີ.

ຕາມແຜນການແລ້ວ, ນັບແຕ່ນີ້ຮອດທ້າຍປີ 2021, ອົດສະຕາລີ ຈະສະໜອງວັກຊິນ 1,5 ລ້ານໂດສ ໃຫ້ແກ່ ຫວຽດນາມ.

ນອກຈາກນັ້ນ, ວັກຊິນກັນພະຍາດໂຄວິດ - 19 AstraZeneca ກວ່າ 1,4 ລ້ານໂດສ ເຊິ່ງນອນໃນສັນຍາສັ່ງຊື້ວັກຊິນ 30 ລ້ານໂດສ ລະຫວ່າງ AstraZeneca ແລະ ບໍລິສັດຫຸ້ນສ່ວນ ວັກຊິນ ຫວຽດນາມ ກໍມາຮອດນະຄອນ ໂຮ່ຈີມິນ ແລ້ວ. ໄລ່ມາຮອດປັດຈຸບັນ, ຫວຽດນາມ ໄດ້ສຳຜັດກັບວັກຊິນກັນພະຍາດໂຄວິດ - 19 ກວ່າ 24 ລ້ານໂດສ ຈາກຫຼາຍແຫຼ່ງທີ່ແຕກຕ່າງກັນ.

ຕອບກັບ

ຂ່າວ/ບົດ​ອື່ນ