ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຈຳ​ນວນ 1 ລ້ານ​ໂດ​ສ ໂດຍ ຍີ່​ປຸ່ນ​ ຊ່ວຍ​ເຫຼືອໃຫ້​ແກ່ ຫວຽດ​ນາມ ຈະ​ມາ​ຮອດ​ ຫວຽດ​ນາມ ໃນ​ຕົ້ນ​ເດືອນ ກໍ​ລະ​ກົດ

(VOVWORLD) -ວັກຊິນກັນພະຍາດໂຄວິດ - 19 ຈຳນວນ 1 ລ້ານໂດສ ເຊິ່ງລັດຖະບານ ຍີ່ປຸ່ນ ຊ່ວຍເຫຼືອໃຫ້ແກ່ ຫວຽດນາມ ຄາດວ່າ ຈະຖືກສົ່ງມາ ຫວຽດາມ ເປັນສອງງວດ, ງວດທຳອິດຈະມາຮອດ ຫວຽດນາມ ໃນວັນທີ 1 ກໍລະກົດ ແລະ ງວດທີ 2 ແມ່ນວັນທີ 8 ກໍລະກົດ. 
ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຈຳ​ນວນ  1 ລ້ານ​ໂດ​ສ ໂດຍ ຍີ່​ປຸ່ນ​ ຊ່ວຍ​ເຫຼືອໃຫ້​ແກ່ ຫວຽດ​ນາມ ຈະ​ມາ​ຮອດ​ ຫວຽດ​ນາມ ໃນ​ຕົ້ນ​ເດືອນ ກໍ​ລະ​ກົດ - ảnh 1ຍີ່ປຸ່ນ ໄດ້ຊ່ວຍເຫຼືອວັກຊິນກັນພະຍາດໂຄວິດ - 19 Astra Zeneca ໃຫ້ແກ່ ຫວຽດນາມ ລວມທັງໝົດເກືອບ 2 ລ້ານໂດສ (ພາບ: Thai Binh)

  ກະຊວງສາທາລະນະສຸກ ຫວຽດນາມ ແຈ້ງໃຫ້ຊາບວ່າ ວັກຊິນກັນພະຍາດໂຄວິດ - 19 ຈຳນວນ 1 ລ້ານໂດສ ເຊິ່ງລັດຖະບານ ຍີ່ປຸ່ນ ຊ່ວຍເຫຼືອໃຫ້ແກ່ ຫວຽດນາມ ຄາດວ່າ ຈະຖືກສົ່ງມາ ຫວຽດາມ ເປັນສອງງວດ, ງວດທຳອິດຈະມາຮອດ ຫວຽດນາມ ໃນວັນທີ 1 ກໍລະກົດ ແລະ ງວດທີ 2 ແມ່ນວັນທີ 8 ກໍລະກົດ. ເປັນອັນວ່າ, ຍີ່ປຸ່ນ ໄດ້ຊ່ວຍເຫຼືອວັກຊິນກັນພະຍາດໂຄວິດ - 19 Astra Zeneca ໃຫ້ແກ່ ຫວຽດນາມ ລວມທັງໝົດເກືອບ 2 ລ້ານໂດສ.

        ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທງລອງ ໃຫ້ຮູ້ວ່າ ຫວຽດນາມ ແມ່ນປະເທດທຳທິດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ທີ່ໄດ້ຮັບການຊ່ວຍເຫຼືອວັກຊິນກັນພະຍາດໂຄວິດ - 19 ຈາກ ຍີ່ປຸ່ນ. ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະນໍາໃຊ້ວັກຊິນຈຳນວນດັ່ງກ່າວຢ່າງມີປະສິດທິຜົນ ແລະ ໃນເວລາໄວທີ່ສຸດ ແລະ ກໍຕາມກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ການໄດ້ຮັບວັກຊິນກັນພະຍາດໂຄວິດ - 19 ຈາກລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ໃນຄັ້ງນີ້ ແມ່ນທັນການທີ່ສຸດ, ປະກອບສ່ວນຊ່ວຍ ຫວຽດນາມ ໃນການສະກັດກັ້ນການແຜ່ລະບາດຂອງໂລກລະບາດ.


ຕອບກັບ

ຂ່າວ/ບົດ​ອື່ນ