ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ສ້າງໄດ້​​ພຸມ​ຕ້ານ​ທານ​ແລ້ວ

(VOVWORLD) -   ຕາມວິທະຍາຄານເສນາຮັກແລ້ວ, ວັກຊິນ Nanocovax ມີຄວາມປອດໄພສູງ ແລະ ສ້າງໃຫ້ມີພູມຕ້ານທານຕໍ່ພະຍາດໄດ້ເປັນຢ່າງດີ.
ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ສ້າງໄດ້​​ພຸມ​ຕ້ານ​ທານ​ແລ້ວ - ảnh 1(ພາບປະກອບ: ກະຊວງສາທາລະນະສຸກ)

ດ້ວຍວັກຊິນກັນພະຍາດໂຄວິດ - 19 ໂດຍບັນດານັກວິທະຍາສາດ ຫວຽດນາມ ຄົ້ນຄວ້າ ແລະ ຜະລິດ ທີ່ສັກໃຫ້ນັກອາສາສະໝັກເຂັ້ມທຳອິດນັ້ນ, ໝາກຜົນໃນເບື້ອງຕົ້ນໄດ້ຊີ້ໃຫ້ເຫັນວ່າ ບັນດາຜູ້ຖືກສັກວັກຊິນ ສາມາດສ້າງພູມຕ້ານທານຕໍ່ ໄວຣັດ SARS – CoV – 2 ແລ້ວ.

        ຕາມວິທະຍາຄານເສນາຮັກແລ້ວ, ວັກຊິນ Nanocovax ມີຄວາມປອດໄພສູງ ແລະ ສ້າງໃຫ້ມີພູມຕ້ານທານຕໍ່ພະຍາດໄດ້ເປັນຢ່າງດີ. ພາຍຫຼັງສັກເຂັມທີສອງ, ປະລິມານພູມຕ້ານທານຈະສືບຕໍ່ເພີ່ມຂຶ້ນ ທົບ 4 ຫາ 5 ເທົ່າ, ຊ້ຳບໍ່ໜຳແມ່ນ ທົບ 20 ເທົ່າ. ກຸ່ມນັກຄົ້ນຄວ່າດັ່ງກ່າວ ຈະສືບຕໍ່ຕິດຕາມອາການສຸຂະພາບຂອງນັກອາສາສະໝັກທີ່ສັກວັກຊິນ ຕື່ມອີກ 6 ເດືອນ ຫາ 1 ປີ ເພື່ອຕີລາຄາປະລິມານພູມຕ້ານທານ.

        ຫຼັງປີໃໝ່ປະຈຳຊາດ ຫວຽດນາມ 2021, ບັນດານັກຄົ້ນຄວ້າ ຈະວາງແຜນສັກວັກຊິນທົດລອງ ໄລຍະທີ 2, ເຊິ່ງຄາດວ່າຈະສັກ 2 ເຂັມຕໍ່ເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ