ວິກິດການດ້ານການເມືອງຢູ່ ຊີຣີ ມີສັນຍານຕັ້ງຫນ້າ.

ວິກິດການດ້ານການເມືອງຢູ່ ຊີຣີ ມີສັນຍານຕັ້ງຫນ້າ. - ảnh 1
ສະພາບການຢູ່ ຊີຣີ
ພາບປະກອບ: internet

(vovworld) - ລັດຖະບານ ຊີຣີ ຫາ​ກໍ່​ຮັບຮອງ​ເອົາ​ແຜນການ​ສັນຕິພາບ ​ໂດຍ​ທູດ​ພິ​ເສດ​ຮ່ວມ​ຂອງ​ສະຫະ​ປະຊາ​ຊາດ(ສປຊ) ​ແລະ ສະຫະພັນ​ອາຣັບ Kofi Annan ຍົກ​ອອກ​ມາ. ກ່າວ​ຄຳ​ເຫັນ​ຢູ່ ​ເຊີ​ແນວ ປະ​ເທດ​ສະ​ວິດ​ໃນ​ວັນ​ທີ​ 27/3, ທ່ານ Ahmad Fawzi , ​ໂຄສົກ​ຂອງ​ທູດ​ພິ​ເສດ Kofi Annan ​ໃຫ້​ຮູ້​ວ່າ: ລັດຖະບານ ຊີຣີ ​​ມີ​ຄຳ​ຕອບ​ດ້ວຍ​ລາຍ​ລັກ​ອັກສອນ​ສົ່ງ​ເຖິງ​ທູ​ດພິ​ເສດ Kofi Annan, ​ໃນ​ນັ້ນ ຍອມຮັບ​ແຜນການ​ສັນຕິພາບ​ທີ່ລວມມີ 6 ບັນຫາ​ຊຶ່ງ​ທ່ານ Kofi Annan ຍົກ​ອອກມາ ​ແລະ ​ໄດ້​ຮັບ​ການຮັບຮອງ​ເອົາ​ຈາກ​ສະພາ​ຄວາມ​ໝັ້ນຄົງ ສປຊ. ທ່ານ Kofi Annan ຮຽກຮ້ອງ​ໃຫ້​ຈົ່ງຢຸດ​ຮົບ​ຢູ່ ຊີຣີ ​ໂດຍ ສປຊ ຕິດ​ຕາມ​ກວດກາ, ກຳລັງ​ຂອງ​ລັດຖະບານ ຊີຣີ ຕ້ອງ​ຖອນ​ທະຫານ ​ແລະ ອາວຸດ​ປະ​ເພດຫນັກ​ອອກ​ຈາກ​ບັນດາ​ນະຄອນ​ທີ່​​ເກີດ​ການ​ແຫ່​ຂະ​ບວນປະ​ທ້ວງ, ຢຸດຕິ​ການ​ປະ​ທະ​ກັນ​ຢ່າງ​ຫນ້ອຍ​ສຸດ​ແມ່ນ 2 ຊົ່ວ​ໂມງ​ໃນ​ແຕ່​ລະ​ມື້​ເພື່ອການ​ຊ່ວ​ຍ​ເຫລືອ​ມະນຸດ​ສະ​ທຳ, ປ່ອຍ​ຕົວ​​ຜູ້​ຖືກ​ຄຸ້ມ​ຂັງ​ທ່ີການ​ປະ​ທະ​ກັນ​ໃນ​ຫນ່ຶງ​ປີຜ່ານມາ, ​ໂອ້​ລົ​ມສົນທະນາ​ທາງ​ການ​ເມືອງ​ລະຫວ່າງ​ລັດຖະບານ ​ແລະ ຝ່າຍ​ຄ້ານ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຳ​ສະ​ເຫ​ນີຂອງ​ທ່ານ Kofi Annan ບໍ່​ກຳນົດ​ວັນເວ​ລາ​ສຸດ​ທ້າຍ​ເພື່ອ​ໃຫ້​ອຳນາດ​ການ​ປົກຄອງ ຊີ​ຣີ ປະຕິບັດ​ບັນດາ​ຄຳ​ສະ​ເຫ​ນີດັ່ງກ່າວ ກໍ​ຄື​ບໍ່​ຮຽກຮ້ອງ​ທ່ານ​ປະທານາທິບໍດີ ຊີ​ຣີ Bashar al Assad ລາ​ອອກ​ຈາກ​ຕຳ​ແຫນ່​ງ.

 

ຕອບກັບ

ຂ່າວ/ບົດ​ອື່ນ