ວິກິດການຢູ່ຊີຣີ ນັບມື້ນັບຮ້າຍແຮງ


ວິກິດການຢູ່ຊີຣີ ນັບມື້ນັບຮ້າຍແຮງ - ảnh 1

ການ​ໃຊ້​ຄວາມ​ຮຸນ​ແຮງສືບ​ຕໍ່​ເກີດ​ຂຶ້ນຢູ່​ຊີຣີ

(ພາບ:chaobuoisang.net)

( vovworld )-ພາຍຫຼັງ​ເກີດ​ການ​ໃຊ້​ຄວາມ​ຮຸນ​ແຮງຢູ່​ຊີຣີ ​ເປັນ​ເວລາ​ເກືອບ ປີ​ເຄີ່ງ, ​ໂດຍ​ບໍ່​ຫົວຊາ​ຕໍ່​ການ​ມີໜ້າ​ຂອງ​ບັນດາ​ນັກ​ສັງ​ເກດ​ການ​ສະຫະ​ປະຊາ​ຊາດ, ​ໃນ​ຊຸມ​ວັນຜ່ານມາ, ການ​ໃຊ້​ຄວາມ​ຮຸນ​ແຮງ​ປີ້ນ​ຂັ້ນ​ໃດ​ຢູ່​ຊີຣີ ພວມ​ເຮັດ​ໃຫ້ບັນດາ​ຄວາມ​ມານະ​ພະຍາຍາມ​ສ້າງສັນ​ຕິ​ພາບ​ຖືກ​ປະລາ​ໄຊ ​ແລະ ມີ​ໄພ​ຍູ້​ປະ​ເທດ​ນີ້​ຕົກເຂົ້າ​ໃນ​ສະພາບ​ເສິກ​ກາງ​ເມືອງ​ທີ່​ນອງ​ເລືອດ. ວັນ​ທີ 15/6, ​ໄດ້​ເກີດ​ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ​ຂອງ​ປະທານາທິບໍດີ​ຊີຣີ Bashar al Assad  ຢູ່ ນະຄອນ Waer,  Aleppo ທາງ​ພາກ​ເໜືອ​ຊີຣີ ​ແລະ ນະຄອນ Latakia ບ້ານ​ເກີດ​ເມືອງ​ນອນ​ຂອງ​ທ່ານ Bashar al Assad.

     ໃນຂະນະນັ້ນ,ຝ່າຍຕາເວັນຕົກສືບຕໍ່ເພີ່ມກຳລັງດັນຕໍ່ອຳນາດການປົກຄອງຂອງປະທານາທິບໍດີ​ຊີຣີ Bashar al Assad. ວັນ​ທີ 15/6, ສະຫະພາບ​ເອີ​ລົບ​ໄດ້​ປະກາດ​ບັນຊີ​ລາຍ​ຊື່​ບັນດາ​ປະ​ເພດ​ສິນຄ້າ​ຫ້າມ​ສົ່ງ​ອອກ​ໄປ​ຍັງ​ຊີຣີ ຊື່​ງມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 17/6 ​ເປັນຕົ້ນ​ໄປ. ບັນດາປະ​ເທດ​ໃຫ່ຍຍັງ​ມີ​ຄວາມ​ບໍ່​ລົງລອຍ​ກັນ​ຢ່າງ​ເລິກ​ເຊີ່ງ​ກ່ຽວ​ກັບ​ວິທີ​ການ​ແກ້​ໄຂ​ການ​ປະ​ທະກັນ​ຢູ່​ປະ​ເທດ​ຕາ​ເວັນອອກ​ກາງ​ນີ້. ຝະລັ່ງ​ພວມ​ຊັ່ງຊາ​ບັນດາ​ມາດ​ຕະການ​ແຜນການ​ສັນຕິພາບ. ສ່ວນ​ລັດ​ເຊຍ​ ໄດ້​ປະຕິ​ເສດ​ຂ່າວ​ຄາວ​ທີ່​ວ່າ ມົດ​ສະ​ກູ​ພວມ​ປຶກສາ​ກັບ​​ປະ​ເທດ​ຈຳນວນ 1 ກ່ຽວ​ກັບ​ວິວັດທະນາ​ການ​ມອບ​ໂອນສິດ​ອຳນາດ​ດ້ານ​ການ​ເມືອງ​ຢູ່​ຊີຣີ, ​ໃນ​ນັ້ນລວມທັງ​ເລື່ອງປະທານາທິບໍດີ​ຊີຣີ Bashar al Assad  ​ລາ​ອອກ​ຈາກ​ຕຳ​ແໜ່​ງ.

 

 

 


ຂ່າວ/ບົດ​ອື່ນ