ວິກິດການຢູ່ຢູກແຣນ ໄດ້ເຮັດໃຫ້ລາຄາສະບຽງອາຫານໂລກເພີ່ມຂື້ນສູງ

ວິກິດການຢູ່ຢູກແຣນ ໄດ້ເຮັດໃຫ້ລາຄາສະບຽງອາຫານໂລກເພີ່ມຂື້ນສູງ - ảnh 1
ປະລິມານ​ການ​ຜະລິດ​ທັນ​ຍາ​ຫານ​ອາດຈະຮັບຜົນສະທ້ອນ ຍ້ອນວິກິດການການ​ເມືອງຢູ່ຢູກແຣນ    (ພາບ:AFP)

(vovworld)- ດິນ​ຟ້າ​ອາກາດ​ທີ່​ຮ້າຍ​ແຮງຢູ່ບັນດາປະເທດຜະລິດສະບຽງ ອາຫານ ແລະ ວິກິດການການ​ເມືອງຢູ່ຢູກແຣນ, ຊຶ່ງແມ່ນປະເທດສົ່ງອອກທັນ​ຍາຫານຫຼາຍ​ອັນ​ດັບ​ໜຶ່ງ​ໃນ​ໂລກ, ນີ້​ແມ່ນ 2 ປັດ​ໄຈ​ທີ່​ເຮັດ​ໃຫ້​ລາຄາ​ສະບຽງ​ອາຫານ​ໃນ​ໂລກ​ໃນ​ເດືອນ​ທີ່​ຜ່ານ​ມາ ​ເພີ່ມ​ຂຶ້ນ​ດ້ວຍລະດັບ​ສູງ​ສຸດ​ໃນ​ຮອບ 10 ​ເດືອນ​ມາ​ນີ້.

  ບົດ​ລາຍ​ງານ​ທີ່​ປະກາດ​ເມື່ອ​ວັນ​ທີ ​3/4 ຂອງ​ອົງການອາຫານ ​ແລະ ກະ​ເສດ​ແຫ່ງ​ສະຫະ​ປະຊາ​ຊາດ FAO ​ໃຫ້​ຮູ້​ວ່າ ບັນດາ​ການ​ຜັນ​ແປ​ດ້ານ​ການ​ເມືອງ ​ແລະ ດິນ​ຟ້າ​ອາກາດ​ໄດ້​ເຮັດ​ໃຫ້​ດັດຊະນີ​ລາຄາສະບຽງອາຫານ​ໃນ​ແຕ່ລະ​ເດືອນ​ເພີ່ມ​ຂຶ້ນ 4,4 ຄະ​ແນນ, ບັນລຸ 212,8 ຄະ​ແນນ, ​ເພີ່ມ​ຂຶ້ນ 2,3% ​ເມື່ອ​ທຽບ​ໃສ່​ເດືອນ 2 ​ແລະ ​ແມ່ນ​ລະດັບ​ສູງ​ສຸດ​ນັບ​ຕັ້ງ​ແຕ່​ເດືອນ 5/2013 ​ເປັນ​ຕົ້ນ​ມາ. ​ເພີ່ມ​ຂຶ້ນ​ແຮງ​ກວ່າ​ໝູ່ ​ແມ່ນ​ນ້ຳຕານ, ຈາກ​ນັ້ນ​ແມ່ນ​ທັນ​ຍາຫານ. ລາ​ຄາ ທັນ​ຍາຫານ​ເພີ່ມ​ຂຶ້ນ​​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ບັນດາ​ຄວາມ​ວິຕົກ​ກັງ​ວົນ​ຂອງ​ຕະຫຼາດ​ກ່ຽວ​ກັບ​ແຫຼ່ງສະໜອງ​ຈາກ​ຢູກ​ແຣນ. ຈາກ​ສະພາບ​ຕົວ​ຈິງ​ດັ່ງກ່າວ, ​ອົງການອາຫານ ​ແລະ ກະ​ເສດ​ແຫ່ງ​ສະຫະ​ປະຊາ​ຊາດ FAO ​ໄດ້ຫຼຸດ​ລະດັບ​ຄາດ​ຄະ​ເນ​ກ່ຽວ​ກັບ​ປະລິມານ​ການ​ຜະລິດ​ທັນ​ຍາ​ຫານ​ທີ່​ສະໜອງ​ໃຫ້​ຕະຫຼາດ​ທົ່ວ​ໂລກ​ໃນ​ປີ​ນີ້​ລົງ​ເຫຼືອ​ພຽງ 702 ລ້ານ​ໂຕນ, ຕ່ຳ​ກ່ວາ 2 ​ໂຕນ​ເມື່ອ​ທຽບ​​ໃສ່​ການ​ຄາດ​ຄະ​ເນ​ກ່ອນ​ນັ້ນ.

 

ຂ່າວ/ບົດ​ອື່ນ