ວັງ Kremlin ປະ​ກາດ​ເນື້ອ​ໃນ​​ການ​ເຈ​ລະ​ຈາ​ສຸດຍອດ ລະ​ຫວ່າງ ລັດ​ເຊຍ - ຈີນ

(VOVWORLD) -ວັນທີ 28 ມັງກອນ, ວັງ Kremlin ໄດ້ປະກາດເນື້ອໃນການເຈລະຈາສຸດທ້າຍ ລະຫວ່າງ ລັດເຊຍ - ຈີນ ເຊິ່ງຄາດວ່າຈະດຳເນີນໃນອາທິດໜ້າຢູ່ ຈີນ, ທ່ານປະທານາທາບໍດີລັດເຊຍ Vladimir Putin ແລະ ທ່ານປະທານປະເທດຈີນ ສີຈິ້ນຜິງສ່ວນຫຼາຍຈະສະຫຼະເວລາ ເພື່ອປຶກສາຫາລືບັນດາບັນຫາສາກົນ.

ວັງ Kremlin ປະ​ກາດ​ເນື້ອ​ໃນ​​ການ​ເຈ​ລະ​ຈາ​ສຸດຍອດ ລະ​ຫວ່າງ ລັດ​ເຊຍ - ຈີນ - ảnh 1ທ່ານປະທານາທາບໍດີລັດເຊຍ Vladimir Putin ເຂົ້າຮ່ວມກອງປະຊຸມທາງໄກ ກັບ ທ່ານປະທານປະເທດຈີນ ສີຈິ້ນຜິງ (ພາບ: TTXVN)

ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ທ່ານປະທານາທິບໍດີ Vladimir Putin ຈະໄປຈີນ ເພື່ອເຂົ້າຮ່ວມພິທີໄຂງານມະຫາກຳກິລາລະດູໜາວ Olympic ປັກກິ່ງ 2022 ເຊິ່ງຄາດວ່າຈະດຳເນີນໃນວັນທີ 4 ກຸມພາ. ຕາມທ່ານແລ້ວ, ໃນການເຈລະຈາສຸດຍອດຈະມາເຖິງ, ການນຳສອງທ່ານ ຈະແລກປ່ຽນທັດສະນະກ່ຽວກັບຍຸດທະສາດສະຖຽນລະພາບ ແລະ ຄວາມໝັ້ນຄົງ ຢູ່ເອີລົບ, ການເຈລະຈາ ລະຫວ່າງ ລັດເຊຍ, ອາເມລິກາ ແລະ ອົງການສົນທິສັນຍາອັດລັງຕິກເໜືອ (NATO), ພ້ອມກັບບັນດາບັນຫາໃນພາກພື້ນ. ໄປຄຽງຄູ່ກັນນັ້ນ, ການນຳສອງທ່ານກໍ່ຈະປຶກສາຫາລືບັນດາບັນຫາການຄ້າ ແລະ ອາວະກາດ.

ຕອບກັບ

ຂ່າວ/ບົດ​ອື່ນ