ວົງການທະນາຍ ຄວາມສາມັກຄີກັນ ເພື່ອປະກອບສ່ວນ ສ້າງລັດແຫ່ງອຳ ນາດນິຕິບັນຍັດ
ທ່ານນາຍົກລັດຖະມົນຕີ Nguyen Tan Dung ເຮັດວຽກກັບສະຫະພັນທະນາຍຄວາມຫວຽດນາມ
(ພາບ: VGP)
(vovworld) - ກ່າວຄຳເຫັນທີ່ການເຮັດວຽກ ກັບສະຫະພັນທະນາຍຄວາມຫວຽດນາມ ໃນຕອນເຊົ້າວັນທີ 24/5, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ເນັ້ນໜັກວ່າ: ສະຫະພັນທະນາຍຄວາມຫວຽດນາມຄວນປະຕິບັດບົດບາດເປັນຊາຍຄາລວມເຕົ້າໂຮມ, ສ້າງຄວາມສາມັກຄີໃນວົງການທະນາຍຄວາມ ພ້ອມກັນປະກອບສ່ວນສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ, ປົກປັກຮັກສາຍຸດຕິທຳ, ອະທິປະໄຕຂອງປະເທດຊາດ, ປົກປັກຮັກສາສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງເປັນຢ່າງດີ. ທ່ານນາຍົກລັດຖະມົນຕີ ກໍສະເໜີວ່າ: ສະຫະພັນທະນາຍຄວາມຫວຽດນາມ ຄວນເອົາໃຈໃສ່ຍູ້ແຮງການເຄື່ອນໄຫວຮ່ວມມື ກັບບັນດາສະຫະພັນທະນາຍຄວາມບັນດາປະເທດ, ພາກພື້ນ ແລະ ສາກົນ, ອີງໃສ່ບັນດາພະຍານຫຼັກຖານປະຫວັດສາດ ແລະ ອີງໃສ່ກົດໝາຍສາກົນເພື່ອເຮັດໃຫ້ເພື່ອນມິດສາກົນເຂົ້າໃຈແຈ້ງ ແລະ ສະໜັບສະໜູນຫຼັກໝັ້ນອັນຊອບທຳ ກ່ຽວກັບອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ. ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ເວົ້າວ່າ:
“ທາງສະຫະພັນທັງຕໍ່ສູ້ເພື່ອປົກປັກຮັກສາຄວາມຍຸຕິທຳ, ປົກປັກຮັກສາສິດຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ປະກອບສ່ວນເຂົ້າໃນວິວັດທະນາການປະຊາທິປະໄຕສັງຄົມນິຍົມ, ລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ເຊິ່ງສິດອຳນາດແມ່ນຂອງປະຊາຊົນ, ໃນນັ້ນມີສິດທິມະນຸດ ແລະ ສິດພົນລະເມືອງ, ສະຫະພັນທັງມີສຽງເວົ້າເພື່ອປົກປັກຮັກສາພົນລະເມືອງ, ສິດທິມະນຸດ, ສິດພົນລະເມືອງ, ພ້ອມທັງເພື່ອນມິດສາກົນກໍເຂົ້າໃຈຄວາມກ້າວໜ້າຂອງສິດທິສະນຸດ, ສິດພົນລະເມືອງຂອງຫວຽດນາມ, ປະຕິເສດຕໍ່ບັນດາທັດສະນະທີ່ເສກສັນປັ້ນແຕ່ງ, ບໍ່ຖືກຕ້ອງກ່ຽວກັບພາບພົດປະເທດຊາດ”