ວົງຄະນະຍາດສາກົນຕີລາຄາສູງບັນດາບາດກ້າວປະຕິຮູບຂອງມ້ຽນມາ
ປະທານາທິບໍດີມ້ຽນມາ Thein Seinພົບປະກັບລັດຖະມົນຕີການຕ່າງປະເທດອາເມລິກາHillary Clinton
(ພາບ: Reuters)
ວົງຄະນະຍາດສາກົນຕີລາຄາສູງບັນດາບາດກ້າວຂະຫຍາຍຕົວຢ່າງຕັ້ງໜ້າ ແລະ ແທດຈິງ ທີ່ພວມປະຕິບັດຢູ່ມ້ຽນມາ, ໂດຍສະເພາະແມ່ນເລື່ອງລັດຖະບານຂອງ ປະເທດນີ້ໃຫ້ຄຳໝັ້ນສັນຍາຍູ້ແຮງການປະຕິຮູບດ້ານການເມືອງ, ໄດ້ອະໄພຍະໂທດໃຫ້ແກ່ນັກໂທດນັບພັນຄົນ ແລະ ໄດ້ເຊັນສັນຍາຢຸດຍິງກັບບັນດາກຸມປະກອບ ອາວຸດຊົນເຜົ່າ. ວັນທີ 13 ມັງກອນ, ປະທານາທິບໍດີອາເມລິກາ ບາຣັກໂອບາມາ ໄດ້ຊົມເຊີຍມ້ຽນມາໄດ້ ອະໄພຍະໂທດໃຫ້ແກ່ນັກໂທດນັບພັນຄົນ ແລະ ຖືວ່າ ນີ້ແມ່ນບາດກ້າວທີ່ສຳຄັນ, ພ້ອມທັງໝັ້ນໝາຍວ່າ ອາເມລິກາ ຈະມີການກະທຳໂດຍເຈຕະນາດີກັບປະເທດນີ້. ທ່ານໃຫ້ຮູ້ວ່າ ໄດ້ສະເໜີລັດຖະມົນຕີການຕ່າງປະເທດ ອາເມລິກາ ແລະ ບັນດາອົງການໃນອຳນາດການປົກຄອງອາເມລິກາ ຈົ່ງມີບັນດາມາດຕະການຕື່ມອີກ ເພື່ອປັບປຸ່ງຄວາມເຊື່ອໝັ້ນກັບລັດຖະບານ ແລະ ປະຊາຊົນ ມ້ຽນມາ ແນໃສ່ກຳເອົາກາລະໂອກາດແຫ່ງປະຫວັດສາດ ແລະ ເຕັມໄປດ້ວຍແງ່ຫວັງນີ້. ສ່ວນທ່ານ Catherine Ashton ຜູ້ຕ່າງໜ້າຂັ້ນສູງ ຮັບຜິດຊອບນະໂຍບາຍ ປ້ອງກັນຄວາມສະຫງົບ ແລະ ການພົວພັນກັບຕ່າງປະເທດຂອງສະຫະພາບເອີລົບ ກໍໄດ້ຊົມເຊີຍ ບັນດາບາດກ້າວເດີນຂອງ ມ້ຽນມາ ແນໃສ່ສ້າງສະຖຽນລະພາບ, ຮັບປະກັນສັນຕິພາບແບບຍື່ນຍົງ ແລະ ສາມັກຄີແຫ່ງຊາດ.