ວົງເງິນການຄ້າລະຫວ່າງ ລັດເຊຍກັບຈີນ ແລະ ອິນເດຍ ເພີ່ມຂຶ້ນຢ່າງແຮງ

(VOVWORLD) -ວັນທີ 8 ຕຸລາ, ສຳນັກຂ່າວ Sputnik ໄດ້ຄັດຄຳເວົ້າຂອງທ່ານ ລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ໂດຍໃຫ້ຮູ້ວ່າ: ການຄ້າລະຫວ່າງ ລັດເຊຍ ກັບຈີນ ແລະ ອິນເດຍ ໄດ້ເພີ່ມຂຶ້ນຢ່າງແຮງນັບແຕ່ຕົ້ນປີນີ້.

ຕາມນັ້ນແລ້ວ, ວົງເງິນການຄ້າລະຫວ່າງ ລັດເຊຍ ກັບຈີນ ແຕ່ເດືອນ ມັງກອນ ຫາເດືອນສິງຫາປີ 2022 ໄດ້ເພີ່ມຂຶ້ນປະມານ 33%, ໃນຂະນະນັ້ນ ວົງເງິນການຄ້າກັບ ອິນເດຍໃນ 6 ເດືອນຕົ້ນປີ ໄດ້ເພີ່ມຂຶ້ນ 120% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ລັດຖະມົນຕີການຕ່າງປະເທດ ລັດເຊຍ ຢັ້ງຢືນວ່າ ບັນດາຄຳສັ່ງລົງໂທດ ຊື່ງຝ່າຍຕາເວັນຕົກຈັດວາງໃສ່ລັດເຊຍ ບໍ່ແມ່ນສິ່ງກີດຂວາງໃນການພັດທະນາບັນດາສາຍພົວພັນດ້ານເສດຖະກິດລະຫວ່າງບັນດາປະເທດ ພ້ອມທັງຊີ້ແຈງ ເລື່ອງເພີ່ມບັນຊີລາຍຊື່ປະເພດສິນຄ້ານຳເຂົ້າສົ່ງອອກ ແມ່ນຫນຶ່ງໃນສາເຫດເຮັດໃຫ້ວົງເງິນການຄ້າລະຫວ່າງ ລັດເຊຍ ກັບຈີນ ແລະ ອິນເດຍ ເພີ່ມຂຶ້ນຢ່າງແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ