ວົງເງິນການຄ້າຫວຽດນາມແລະອິດສະຣາແອນອາດຈະບັນລຸ2ຕື້USDໃນປີ2015

ວົງເງິນການຄ້າຫວຽດນາມແລະອິດສະຣາແອນອາດຈະບັນລຸ2ຕື້USDໃນປີ2015 - ảnh 1
ທ່ານ ເວືອງ​ດິ່ງ​ເຫ້ວ ເຮັດ​ວຽກ​ຢູ່ ອິດ​ສະ​ຣາ​ແອນ
(ພາບ: vietnamnet.vn)

(vovworld) - ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ອິດ​ສະ​ຣາ​ແອນ ແຕ່​ວັນ​ທີ 28/6 – 2/7, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ຄະ​ນະ​ເສດ​ຖະ​ກິດ​ສູ​ນ​ກາງ​ໂດຍ​ທ່ານ ເວືອງ​ດິ່ງ​ເຫ້ວ, ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິ​ດ​ສູນ​ກາງ ເປັນ​ຫົວ​ໜ້າ​ຄະ​ນະໄດ້​ເຮັດ​ວຽກ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ເສດ​ຖະ​ກິດ ອິ​ດ​ສະ​ຣາ​ແອນ Aryeh Deri ໃນ​ວັນ​ທີ 28/6. ທ່ານ ເວືອງ​ດິ່ງ​ເຫ້ວ ເນັ້ນ​ໜັກ​ວ່າ: ຫວຽດ​ນາມ ຍາ​ມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ປາດ​ຖະ​ໜາ​ຢາກ​ຊຸກ​ຍູ​້​ການ​ພົວ​ພັນ​ຮ່ວມ​ມືຫຼາຍ​ດ້ານ​ກັບ ອິດ​ສະ​ຣາ​ແອນ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ. ໃນ​ສະ​ພາບ​ກາ​ນ​ວົງ​ເງິນ​ສົ່ງ​ອອກ - ນຳ​ເຂົ້າ​ລະ​ຫວ່າງ 2 ປະ​ເທດ​ປີ 2014 ໄດ້​ລື່ນ​ກາຍ​ລະ​ດັບ 1 ຕື້ USD, ທ່ານ ເວືອງ​ດິ່ງ​ເຫ້ວ ສະ​ເໜີ​ໃຫ້ 2 ຝ່າຍ​ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ຍົກ​ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ​ຂຶ້ນ 2 ຕື້ USD ໃນ​ປີ 2015 ແລະ ສູງ​ກ່​ວາ​ໃນ​ຊຸມ​ປີ​ຕໍ່​ໄປ.

        ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ເສດ​ຖະ​ກິດ ອິນ​ສະ​ຣາ​ແອນ Aryeh Deri ເຊື່ອ​ໝັ້ນ​ວ່າ:ໝາກ​ຜົນ​ຂອງ​ການ​ຢ້ຽມ​ຢາມ​ຈະ​ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ​ລັດ​ຖະ​ມົນ​ຕີ Aryeh Deri ສະ​ເໜີ​ໃຫ້​ລັດ​ຖະ​ບານ 2 ປະ​ເທດ​ຄວນ​ມີ​ບັນ​ດາ​ນະ​ໂຍ​ບາຍ​ໜ​ູນ​ຊ່ວຍ​ທີ່​ຈຳ​ເປັນ​ເພື່ອ​ຊຸກ​ຍູ້​ຮ່ວມ​ມື​ກະ​ສິ​ກຳ, ພິ​ເສດ​ແມ່ນ​ກ່ຽວ​ກັບ​ການ​ຈົດ​ທະ​ບຽນ​​ຊັບ​ສິນ​ທາງ​ປ​ັນ​ຍາ ແລະ ບັນ​ດາ​ກອງ​​ທຶນ​ສຳ​ລັບ​ຂະ​ແໜງ​ກະ​ສິ​ກຳ.


ຂ່າວ/ບົດ​ອື່ນ