ວົງເງິນແລກປ່ຽນສິນຄ້າລັດເຊຍ- ຫວຽດນາມ ເພີ່ມຂຶ້ນແຮງ
(ພາບປະກອບ:ອິນເຕີແນັດ)
(VOV)- ວັນທີ 2/11, ກະຊວງພັດທະນາເສດຖະກິດລັດເຊຍໄດ້ອອກແຈ້ງການຢືນຢັນວ່າ ວົງເງິນແລກປ່ຽນາສິນຄ້າລັດເຊຍ-ຫວຽດນາມ ພວມເພີ່ມຂຶ້ນແຮງ. ແຈ້ງການຊີ້ແຈງວ່າ: ໃນ 8 ເດືອນຕົ້ນປີນີ້, ວົງເງິນແລກປ່ຽນາສິນຄ້າລະຫວ່າງລັດເຊຍ-ຫວຽດນາມ ໄດ້ເພີ່ມຂຶ້ນເກືອບ 50%, ບັນລຸກ່ວາ 2,5 ຕື້ ໂດລາສະຫະລັດ. ໃນຂະນະນັ້ນ, ວົງເງິນສົ່ງອອກຂອງລັດເຊຍ ໄດ້ເພີ່ມຂຶ້ນເກືອບ 64 %, ວົງເງິນນຳເຂົ້າເພີ່ມຂຶ້ນເກືອບ 41%. ລັດເຊຍ ໄດ້ສົ່ງໄປຂາຍຢູ່ຫວຽດນາມ ເຄື່ອງຈັກ ແລະ ເຄື່ອງອາໄລ່ ແລະ ຜະລິດຕະພັນໂລຫະ, ຜະລິດຕະພັນເຄມີ ແລະ ນ້ຳບໍລິສຸດເປັນຕົ້ນ ແລະ ນຳເຂົ້າເຄື່ອງຈັກ ແລະ ເຄື່ອງອາໄລ່, ເຄື່ອງຕັດຫຍີບ ແລະ ເກີບ, ຜະລິດຕະພັນກະເສດ ແລະ ຜະລິດຕະພັນເຄມີຈາກຫວຽດນາມ.
ປີ 2011, ວົງເງິນການຄ້າລະຫວ່າງຫວຽດນາມ-ລັດເຊຍ ບັນລຸກ່ວາ 3 ຕື້ ໂດລາສະຫະລັດເພີ່ມຂຶ້ນກ່ວາ 25% ເມື່ອທຽບກັບປີ 2010.