ວັດ​ຖຸ​ ທີ່ສ​ປ​ປ.ເກົາຫຼີ​ ຫາກໍ່​ຍິງ​ແມ່ນ​ລູ​ກ​ສອນ​ໄຟນຳ​ວິ​ຖີ​ໄລ​ຍະ​ສັ້ນ

(VOVWORLD) - ວັນທີ 10 ສິງຫາ, ສ.ເກົາຫຼີ ໃຫ້ຮູ້ວ່າ ວັດຖຸເຊິ່ງ ສປປ.ເກົາຫຼີຍິງກ່ອນໜ້ານັ້ນໃນວັນດຽວກັນອາດຈະແມ່ນລູກສອນໄຟນຳວິຖີໄລຍະສັ້ນ.
ວັດ​ຖຸ​ ທີ່ສ​ປ​ປ.ເກົາຫຼີ​ ຫາກໍ່​ຍິງ​ແມ່ນ​ລູ​ກ​ສອນ​ໄຟນຳ​ວິ​ຖີ​ໄລ​ຍະ​ສັ້ນ - ảnh 1ເຫດທົດລອງລຸກສອນໄຟຂອງ ສປປ.ເກົາຫຼີ (ພາບ: Yonhap/TTXVN) 

        ໃນຖະແຫຼງການສະບັບໜຶ່ງ, ທຳນຽບປະທານາທິບໍດີ ສ.ເກົາຫຼີ ໄດ້ຖືວ່າ: ເຫດຍິງວັດຖຸ 2 ຢ່າງຄັ້ງຫຼ້າສຸດຂອງ ສປປ.ເກົາຫຼ ີແມ່ນເພື່ອແນໃສ່ທົດລອງກຳລັງຄວາມສາມາດຂອງລູກສອນໄຟໄລຍະສັ້ນປະເພດໃໝ່ເຊິ່ງພຽງຢາງພັດທະນາເອງ, ກໍ່ຄືເພື່ອຄັດຄ້ານການຊ້ອມຮົບຮ່ວມລະຫວ່າງ ອາເມລິກາ - ສ.ເກົາຫຼີ ໃນເດືອນນີ້.

        ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ກອງທັບ ສ.ເກົາຫຼີ ໃຫ້ຮູ້ວ່າ ສປປ.ເກົາຫຼີ ໄດ້ຍິງວັດຖຸ 2 ຢ່າງທີ່ຍັງບໍ່ທັນໄດ້ຮັບຮອງໃສ່ທະເລຍີ່ປຸ່ນ. ສະພາເສນາທິການໃຫຍ່ກຳລັງທະຫານປະສົມ ສ.ເກົາຫຼີ ໄດ້ປະກາດວ່າ ບັນດາວັດຖຸນີ້ໄດ້ຍິງຈາກຈຸດທີ່ຕັ້ງໃກ້ກັບນະຄອນ Hamhung, ທາງທິດຕາເວັນອອກສ່ຽງເໜືອປະເທດ ສປປ.ເກົາຫຼີ.

        ໂດຍອະທິບາຍກ່ຽວກັບບັນດາເຫດການຍິງລູກສອນໄຟທີ່ຜ່ານມາຂອງ ພຽງຢາງ. ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ການນຳ ສປປ.ເກົາຫຼີ Kim jong-un ບໍ່ພໍໃຈຕໍ່ບັນດາບັ້ນຊ້ອມຮົບຮ່ວມລະຫວ່າງ ອາເມລິກາ - ສ.ເກົາຫຼີ, ນີ້ແມ່ນເຫດຜົນທີ່ພຽງຢາງດຳເນີນການຍິງລູກສອນໄຟໃນໄລຍະຜ່ານມາ. ທ່ານປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ທ່ານອາດຈະມີການພົບປະກັບການນຳ ສປປ.ເກົາຫຼີ, ແຕ່ບໍ່ເປີດເຜີຍວັນເວລາຂອງການພົບປະ.

ຕອບກັບ

ຂ່າວ/ບົດ​ອື່ນ