ວຸດທິສະພາໄທມີ ປະທານຄົນໃໝ່
(ພາບ: AFP/ TTXVN)
(vovworld)- ຕອນຄ່ຳວັນທີ 9/5, ວຸດທິສະພາໄທ ໄດ້ປ່ອນບັດເລືອກຕັ້ງທ່ານ ສຸຣະໄຊ ເປັນປະທານຄົນໃໝ່, ແທນໃຫ້ທ່ານ ນິເກີມ ຖືກພົ້ນຕຳແໜ່ງດ້ວຍຄຳກ່າວຫາສະໜັບສະໜູນລັດຖະບານຂອງທ່ານນາງອະດີດນາຍົກລັດຖະມົນຕີ ຍິ່ງຮັກ ຊີນນະວັດ. ທ່ານ ສຸຣະໄຊ ໄດ້ຮັບ 96 ບັດສະໜັບສະໜູນ ແລະ ລືນກາຍທ່ານຈົງຣັກ ສະມາຊິກວຸດທິສະພາໄທ ຊື່ງພຽງແຕ່ໄດ້ຮັບ 51 ບັດເທົ່ານັ້ນ.
ທ່ານ ສຸຣະໄຊ ໄດ້ຮັບການເລືອກຕັ້ງເປັນປະທານວຸດທິສະພາໄທ ໃນສະພາບການທີ່ໃນອາທິດໜ້າ, ອົງການນີ້ອາດຈະໄດ້ຮັບບົດລາຍງານຂອງຄະນະກຳມະການຕ້ານການສໍ້ລາດບັງຫຼວງແຫ່ງຊາດ ກ່ຽວກັບເລື່ອງກ່າວຜູກໂທດທ່ານນາງອະດີດນາຍົກລັດຖະມົນຕີ ຍິ່ງຮັກ ຊີນນະວັດ. ພາຍຫຼັງເຫດການຖືກຍື່ນສະເໜີ, ວຸດທິສະພາໄທ ຈະດຳເນີນການປ່ອນບັດວ່າຈະພິຈາລະນາໂທດທ່ານນາງນາຍົກລັດຖະມົນຕີຜູ້ທີ່ຖືກໂຄ່ນລົ້ມນີ້ຫຼືບໍ່. ຕາມລັດຖະທຳມະນູນໄທ, ການພິຈາລະນາໂທດຄືແນວນັ້ນຈະຕ້ອງໄດ້ຮັບຄວາມເຫັນດີຂອງຢ່າງໜ້ອຍສຸດ 3/5 ຈຳນວນສະມາຊິກວຸດທິສະພາໄທ. ຖ້າຫາກວ່າວຸດທິສະພາໄທຕັດສິນມີໂທດ, ທ່ານນາງ ຍິ່ງຮັກ ຊີນນະວັດ ອາດຈະຖືກເກືອດຫ້າມເຄື່ອນໄຫວການເມືອງໃນເວລາ 5 ປີ./.