ວັດທະນະທຳການຕ່າງປະເທດແມ່ນພາກສ່ວນໜຶ່ງສຳຄັນພິເສດຂອງພື້ນຖານວັດທະນະທຳແຫ່ງຊາດ

ວັດທະນະທຳການຕ່າງປະເທດແມ່ນພາກສ່ວນໜຶ່ງສຳຄັນພິເສດຂອງພື້ນຖານວັດທະນະທຳແຫ່ງຊາດ - ảnh 1
(ພາບປະກອບ)

(vovworld) – ທ່ານ​ນາຍົກລັດຖະມົນຕີຫາກໍ່ຮັບຮອງ​ເອົາ​ຍຸດ​ທະ​ສາດ​ວັດທະນະທຳ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ຮອດ​ປີ 2020 ​ແລະ ວິ​ໄສ​ທັດ​ຮອດ​ປີ 2030. ຍຸດ​ທະ​ສາດ​ຊີ້​ແຈ້ງ​ທັດສະນະ​ວັດທະນະທຳ​ການ​ຕ່າງປະ​ເທດ ​ແມ່ນ​ພາກສ່ວນ​ໜຶ່ງທີ່​ມີ​ຄວາມ​ໝາຍສຳຄັນ​ພິ​ເສດ​ຂອງ​ພື້ນຖານ​ວັດທະນະທຳ​ແຫ່ງ​ຊາດ, ສະ​ແດງ​ໃຫ້​ເຫັນ​ກຳລັງ​ແຮງ​ພາຍ​ໃນ​ຂອງ​ຊາດ, ມີ​ບົດບາດ​ທີ່​ຕັ້ງໜ້າ​ໃນ​ການ​ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ຂອງ​ປະ​ເທດ​ຊາດ, ມະນຸດ ​ແລະ ວັດທະນະທຳ​ຫວຽດນາມ ບົນ​ເວທີ​​ສາກົນ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ປະ​ເທດ​ຊາດ. ວັດທະນະທຳ​ການ​ຕ່າງປະ​ເທດ​ຫວຽດນາມ ​ແມ່ນ​ພື້ນຖານ​ວັດທະນະທຳ​ການ​ຕ່າງປະ​ເທດ​ສັນຕິພາບ, ມິດຕະພາບ, ຮ່ວມ​ມືພ້ອມ​ກັນ​ພັດທະນາ, ກ້າວໜ້າ, ​ເຂັ້ມຂົ້ນ​ໄປ​ດ້ວຍສີສັນ​ຊາດ, ​ເປັນ​ເອກະ​ພາບ​​ໃນ​ຫຼາຍ​ຮູບ​ຫຼາຍ​​ແບບ.

        ຄາດໝາຍ​ຂອງ​ຍຸດ​ທະ​ສາດ​ແມ່ນ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນກ່ຽວ​ກັບ​ດ້ານ​ວັດ​ທະນະ​ທຳ​ຂອງ​ຫວຽດນາມ ​ເພື່ອ​ໂຄສະນາ​ບັນດາ​ຄຸນຄ່າ​ວັດທະນະທຳ​ຂອງ​ຫວຽດນາມ ອອກ​ສູ່​​ໂລກ, ຮັບ​ເອົາ​ວັດທະນະທຳ​ທີ່ຍອດ​ຍິ່ງ​ຂອງ​ມວນ​ມະນຸດ ​ເພື່ອ​ສ້າງ​ພື້ນຖານ​ວັດທະນະທຳ ​ແລະ ຊາວ​ຫວຽດນາມ ພັດທະນາຢ່າງຮອບດ້ານ, ຍົກ​ສູງ​ທີ່​ຕັ້ງ, ບົດບາດ, ອິດ​ທິພົນ​ຊື່​ສຽງ​ຂອງ​ຊາດ, ປະກອບສ່ວນ​ຮັບປະກັນ​ການ​ພັດທະນາ​ຢ່າງ​ໝັ້ນຄົງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ສະ​ນັ້ນ, ຫວຽດນາມ ຕ້ອງ​​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ກ່ຽວ​ກັບ​ດ້ານ​ວັດທະນະທຳ. ຍຸດ​ທະ​ສາດ​ຊີ້​ແຈ້ງວ່າ, ບັນດາ​ໜ້າ​ທີ່​ຈຸດ​ສຸມ​ຮອດ​ປີ 2020 ​ແມ່ນ: ກໍ່ສ້າງ ​ແລະ ​ປະຕິບັດ​ກົນ​ໄກ​ປະສານ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ວັດທະນະທຳ​ການ​ຕ່າງປະ​ເທດ. ວິ​ໄສ​ທັດ​ຮອດ​ປີ 2030 ​ແມ່ນ​ນຳ​ການ​ພົວພັນ​ກັບ​ບັນດາ​ສາກົນ​ກ່ຽວ​ກັບ​ວັດທະນະ​ທຳ​ເຊິ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​​ໃຫ້​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ​ເປັນ​ເຈົ້າ​ການ, ສະຖຽນ​ລະ​ພາບ, ​ເປີດ​ກວ້າງ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ, ​ເຂດ​ແຄ້ວ​ນ, ບັນດາ​ອົງການວັດທະນະທຳ​ສາກົນ, ບັນດາ​ກຸ່ມ​ບໍ​ລະ​ສັດ​ເສດຖະກິດ… ມຸ່ງ​ໄປ​ເຖິງ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ຢ່າງ​ແທດ​ຈິງ ​ແລ​ະ ມີ​ປະສິດທິ​ຜົນ. ​ໄລຍະ​ແຕ່​ປີ 2030 ຈະ​ສືບ​ຕໍ່​ຍູ້​ແຮ​ງບັນດາ​ການ​ເຄື່ອນ​ໄຫວ​ຢູ່​ເຂດ​ດັ່ງກ່າວ ​ແລະ ​​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຢູ່​ພາກ​ພື້ນ​ອື່ນໆ​ອີກ.

ຂ່າວ/ບົດ​ອື່ນ