ວັດ​ທະ​ນະ​ທຳ​ວິ​ສາ​ຫະ​ກິດ ສ້າງ​ພື້ນ​ຖານ​ໃຫ້​ວິສ​າຫະ​ກິດພັດ​ທະ​ນາ

(VOVWORLD) -“ວັດທະນະທຳວິສາຫະກິດ ສ້າງພື້ນຖານແກ່ວິສາຫະກິດພັດທະນາ” ນີ້ແມ່ນຄຳຢືນຢັນທີ່ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮວ່າບິ່ງ ເມື່ອຂຶ້ນກ່າວປາໄສຊີ້ນຳເວທີປາໄສ “ສ້າງເສດຖະກິດຄືນໃໝ່ໃນສະພາບການໃໝ່ຈາກແງ່ມູມວັດທະນະທຳດຳເນີນທຸລະກິດ” ເຊິ່ງຖືກຈັດຂຶ້ນໃນວັນທີ 8 ພະຈິກ ຢູ່ຮ່າໂນ້ຍ. 
ວັດ​ທະ​ນະ​ທຳ​ວິ​ສາ​ຫະ​ກິດ ສ້າງ​ພື້ນ​ຖານ​ໃຫ້​ວິສ​າຫະ​ກິດພັດ​ທະ​ນາ - ảnh 1

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ໄດ້ຕີລາຄາສູງຕໍ່ຂໍ້ລິເລີ່ມຈັດຕັ້ງເວທີປາໄສຂອງ ສະຫະສະມາຄົມພັດທະນາວັດທະນະທຳວິສາຫະກິດ ຫວຽດນາມ ໃນສະພາບການທີ່ທັງລະບົບການເມືອງ, ລັດຖະບານ ແລະ ປະຊາຄົມວິສາຫະກິດພວມມານະພະຍາຍາມປະຕິບັດ “ເປົ້າໝາຍຄວບຄູ່” - ທັງຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ທັງຍູ້ແຮງການຟື້ນຟູ ແລະ ເຕີບໂຕພື້ນຖານເສດຖະກິດ.

        ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ເຫັນດີຕໍ່ບັນດາການແບ່ງປັນຈາກນັກປະຖະກະຖາຜູ້ຕາງໜ້າໃຫ້ປະຊາຄົມວິສາຫະກິດ ຫວຽດນາມ ໃນເວທີປາໄສກ່ຽວກັບບັນດາຜົນກະທົບຂອງໂລກລະບາດໂຄວິດ - 19 ສຳລັບ ວິສາຫະກິດ; ບົດບາດຂອງວັດທະນະທຳດຳເນີນທຸລະກິດ, ວັດທະນະທຳວິສາຫະກິດໃນການຊ່ວຍນຳວິສາຫະກິດຜ່ານຜ່າໂລກລະບາດ ແລະ ສ້າງພື້ນຖານເສດຖະກິດ…


ຕອບກັບ

ຂ່າວ/ບົດ​ອື່ນ