ວີທີປາໄສກ່ຽວກັບການ ສຶກສາມະຫາວິທະຍາໄລ
(ພາບ: Phương Vy/TTXVN)
(vovworld) – ວັນທີ 18/12, ຢູ່ຮ່າໂນ້ຍ, ກະຊວງສຶກສາ ແລະ ບຳລຸງສ້າງ ໄດ້ຈັດຕັ້ງເວທີປາໄສບັນດາຝ່າຍທີ່ກ່ຽວຂ້ອງໃນການສຶກສາມະຫາວິທະຍາໄລຕາມການກຳ ນົດທິດວິຊາຊີບໜູນໃຊ້ຢູ່ ຫວຽດນາມ. ເວທີປາໄສສຸມໃສ່ປຶກສາຫາລື 3 ຫົວເລື່ອງຕົ້ນຕໍ່ ເຊິ່ງລວມມີ: ສະພາບການສຶກສາມະຫາວິທະຍາໄລຕາມການກຳນົດທິດວິຊາຊີບຢູ່ ຫວຽດນາມໃນປະຈຸບັນ; ການກຳນົດທິດພັດທະນາການສຶກສາມະຫາວິທະ ຍາໄລ ຕາມການກຳນົດທິດວິຊາຊີບເຖິງປີ 2020; ບັນດາມາດຕາການມຸ່ງໄປເຖິງການປະຕິບັດຈຸດໝາຍພັດທະນາການສຶກສາມະຫາວິທະຍາໄລ ຕາມການກຳນົດທິດວິຊາຊີບປີ 2020. ຕາມບັນດາຜູ້ແທນ ແລ້ວ, ເພື່ອປະຕິບັດບັນດາໂຄງການສຶກສາຕາມການກຳນົດທິດວິຊາຊີບ, ບັນດາຝ່າຍທີ່ກ່ຽວຂ້ອງຄື: ໂຮງຮຽນ, ຫົວໜ່ວຍນຳໃຊ້ແຮງງານ, ບັນດາອົງການຈັດຕັ້ງສັງຄົມ… ຕ້ອງມີການຮ່ວມມືຢ່າງແໜ້ນແຟ້ນກ່ວາໃນການສ້າງຫຼັກສູດບຳລຸງສ້າງ, ສ້າງສະພາບແວດລ້ອມຝຶກອົບຮົມທີ່ສະດວກໃຫ້ແກ່ນັກສຶກສາ.