ວິທະຍຸກະຈາຍສຽງຫວຽດນາມສະໜັບສະໜູນປະຊາຊົນປະສົບນຳ້ຖ້ວມຢູ່ພາກກາງ
ວິທະຍຸກະຈາຍສຽງ ຫວຽດນາມໄດ້ມອບເງິນ 100
ລ້ານກວ່າດົ່ງ ໃຫ້ຄະນະກຳມະການສູນກາງ
(vovworld) - ຕອນບ່າຍວັນທີ 19/1, ຢູ່ ຮ່າໂນ້ຍ, ວິທະຍຸກະຈາຍສຽງ ຫວຽດນາມໄດ້ມອບເງິນ 100 ລ້ານກວ່າດົ່ງ ໃຫ້ຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ເພື່ອສະໜັບສະໜູນປະຊາຊົນຜູ້ຖືກປະສົບນ້ຳຖ້ວມຢູ່ພາກກາງ. ຫວ່າງແລ້ວນີ້, ວິທະຍຸກະຈາຍສຽງ ຫວຽດນາມ ກໍ່ໄດ້ສະໜັບສະໜູນປະຊາຊົນຜູ້ຖືກປະສົບນ້ຳຖ້ວມຢູ່ພາກກາງ ຈຳນວນເງິນ 621 ລ້ານດົ່ງ ເພື່ອແກ້ໄຂຜົນຮ້າຍຈາກຝົນຕົກນ້ຳແກ່ງ. ໃນເທື່ອນີ້, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຂົນຂວາຍບັນດາອົງການປະຈຳບໍລິຈາກເງິນໄດ້ 105 ລ້ານດົ່ງ ເພື່ອສະໜັບສະໜູນປະຊາຊົນພາກກາງ ແລະ ເຂດໄຕງວຽນທີ່ຖືກຜົນສະທ້ອນຈາກໄພນ້ຳຖ້ວມ. ວິທະຍຸກະຈາຍສຽງ ຫວຽດນາມ ກໍ່ໄດ້ຕັ້ງໜ້າໃຫ້ຂ່າວກ່ຽວກັບບັນດາຄວາມຫຍຸ້ງຍາກ, ຄວາມເສຍຫາຍຂອງປະຊາຊົນພາກກາງ ແລະ ເຂດ ໄຕງວຽນ, ພ້ອມທັງຕັ້ງໜ້າຮຽກຮ້ອງປະຊາຄົມສະໜັບສະໜູນປະຊາຊົນປະສົບໄພນ້ຳຖ້ວມ.