ວິທະຍຸກະຈາຍສຽງຫວຽດນາມແລະກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດຫວຽດນາມລົງນາມໃນການຮ່ວມມືດ້ານສື່ສານ

(VOVWORLD) -ວັນທີ 6 ກຸມພາ, ຢູ່ສູນກະຈາຍສຽງແຫ່ງຊາດ ທີ່ເຮືອນເລກທີ 58 ຖະຫນົນ ກວານຊື ຮ່າໂນ້ຍ, ໄດ້ດຳເນີນພິທີລົງນາມໃນສັນຍາຮ່ວມມືດ້ານສື່ສານ ລະຫວ່າງວິທະຍຸກະຈາຍສຽງຫວຽດນາມ (VOV) ແລະ ກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດຫວຽດນາມ ໄລຍະ 2018-2022.
ວິທະຍຸກະຈາຍສຽງຫວຽດນາມແລະກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດຫວຽດນາມລົງນາມໃນການຮ່ວມມືດ້ານສື່ສານ - ảnh 1 ວິທະຍຸກະຈາຍສຽງຫວຽດນາມແລະກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດຫວຽດນາມລົງນາມໃນການຮ່ວມມືດ້ານສື່ສານ

ຕາມນັ້ນແລ້ວ, ໃນໄລຍະນີ້ VOV ຈະສົມທົບຢ່າງແຫນ້ນແຟ້ນກັບກຸ່ມບໍລິສັດນ້ຳມັນອາຍແກັດຫວຽດນາມ ໃນການສະຫນອງ, ເຜີຍແຜ່ຂໍ້ມູນຂ່າວສານຜ່ານພາຫະນະສື່ມວນຊົນຂອງ VOV ກ່ຽວກັບການເຄື່ອນໄຫວຂອງກຸ່ມບໍລິສັດ, ບໍລິສັດ, ວິສາຫະກິດຂອງກຸ່ມບໍລິສັດ.

ຕອບກັບ

ຂ່າວ/ບົດ​ອື່ນ