ວັນ ອາຊຽນ ຢູ່ ເວນີຊູເອລາ
(VOVWORLD) - ທີ່ຮ້ານວາງສະແດງຂອງ ຫວຽດນາມ, ແຂກມາຢ້ຽມຊົມໄດ້ຊອກຮູ້ກ່ຽວກັບຜະລິດຕະພັນສົ່ງອອກທີ່ເປັນທ່າແຮງຂອງ ຫວຽດນາມ ຈຳນວນໜຶ່ງ.
ວັນທີ 7 ທັນວາ, ຕາມເວລາທ້ອງຖິ່ນ, ຄະນະຜູ້ຕາງໜ້າການທູດບັນດາປະເທດ ອາຊຽນ ປະຈຳ ເວນີຊູເອລາ ໄດ້ຈັດພິທີໄຂວັນ ອາຊຽນ ແລະ ງານຕະຫຼາດນັດອາຫານການກິນຢູ່ນະຄອນຫຼວງ ກາຣາກາສ ແນໃສ່ແນະນຳສີສັນວັດທະນະທຳ ແລະ ຊາວ ອາຊຽນ.
ງານຕະຫຼາດນັດອາຫານການກິນສາກົນ ອາຊຽນ ຄັ້ງປະຖົມມະເລິກ ມີການເຂົ້າຮ່ວມຂອງບັນດາປະເທດ ອາຊຽນ ພ້ອມກັບຮ້ານວາງສະແດງກ່ວາ 30 ຮ້ານຂອງບັນດາວິສາຫະກິດ ເວນີຊູເອລາ.
ທີ່ຮ້ານວາງສະແດງຂອງ ຫວຽດນາມ, ແຂກມາຢ້ຽມຊົມໄດ້ຊອກຮູ້ກ່ຽວກັບຜະລິດຕະພັນສົ່ງອອກທີ່ເປັນທ່າແຮງຂອງ ຫວຽດນາມ ຈຳນວນໜຶ່ງຄື: ກາເຟ, ຜະລິດຕະພັນກະເສດບາງປະເພດ ແລະ ໄດ້ກິນເຍື່ອງອາຫານ, ເຄື່ອງດື່ມຈຳນວນໜຶ່ງທີ່ເປັນເອກະລັກສະເພາະຂອງ ຫວຽດນາມ. ໃນຂອບເຂດເຫດການ, ຍັງໄດ້ຈັດບັນດາລາຍການແນະນຳວັດທະນະທຳພິເສດສະເພາະຂອງບັນດາປະເທດ ອາຊຽນ ແລະ ເວນີຊູເອລາ.