ວັນກົດໝາຍໄດ້ຮັບການຈັດຕັ້ງຂຶ້ນໃນວັນທີ 9/11 ປະຈຳປີ

ວັນກົດໝາຍໄດ້ຮັບການຈັດຕັ້ງຂຶ້ນໃນວັນທີ 9/11 ປະຈຳປີ - ảnh 1
ການພົບປະສົນທະນາກ່ຽວກັບວັນກົດໝາຍຫວຽນາມ
ພາບ:chinhphu.vn


(vovworld)- ຕາມ​ດຳລັດ​ທີ່​ຫາ​ກໍ່​ໄດ້​ຮັບ​ການ​ເຊັນ​ປະກາດ​ໃຊ້​ຈາກ​ນາຍົກລັດຖະມົນຕີ​ແລ້ວ, ວັນ​ກົດໝາຍ​ຂອງ​ຫວຽດນາມ ຈະ​ຖືກ​ຈັດ​ຕັ້ງ​ຂຶ້ນ​ໃນ​ວັນທີ 9/11 ປະຈຳ​ປີ ດ້ວຍ​ຫລາຍ​ຮູບ​ການ​ຄື: ​ໂຮມ​ຊຸມນຸມ​ມິດ​ຕິງ, ກອງ​ປະຊຸມ​ສຳ​ມະ​ນາ, ການ​ພົບ​ປະ​ສົນທະນາ, ​ການ​​ເສັງ​ຊອກ​ຮູ້​ກ່ຽວ​ກັບ​ກົດໝາຍ, ​ໂຄສະນາ, ​ເຜີຍ​ແຜ່​ກົດໝາຍຕາມ​ຮູບ​ການ​ເຄື່ອນ​ທີ່, ງານ​ວາງສະ​ແດງ. ວັນ​ກົດໝາຍ​ໄດ້​ຮັບ​ການຈັດ​ຕັ້ງ​ ດ້ວຍ​ເນື້ອ​​ໃນ​ຢືນຢັນ​ບົດບາດ​ທີ່​ຕັ້ງ​ຂອງ​ລັດຖະທຳ​ມະນູນ, ກົດໝາຍ​ໃນ​ການ​ຄຸ້ມ​ຄອງ​ແຫ່ງ​ລັດ ​ແລະ ຊີວິດ​ສັງຄົມ, ການ​ສຶກສາ​ພະນັກງານ, ລັດຖະກອນ ​ແລະ ປະຊາຊົນ​ມີ​ສະຕິ​ເຄົາລົບ ​ແລະ ປະຕິບັດ​ຕາມ​ກົດໝາຍ, ມີ​ສະຕິ​ປົກ​ປ້ອງ​ກົດໝາຍ, ຜົນ​ປະ​ໂຫຍ​ດຂອງ​ການ​ປະຕິບັດ​ກົດໝາຍ, ​ໂຄສະນາ, ​ເຜີຍ​ແຜ່​ບັນດາ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ, ກົດໝາຍ​ຢ່າງ​ແທດ​ຈິງ​ສຳລັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ຕິດ​ພັນ​ກັບ​ພາລະ​ບົດບາດ,​ຫນ້າ​ທີ່​ຂອງ​ອົງການ, ຫົວຫນ່ວຍ, ຂົນຂວາຍ​ປະຊາຊົນ​ປະຕິບັດ​ກົດໝາຍ​ຢ່າງ​ເຂັ້ມ​ງວດ, ຍ້ອງຍໍ​, ມອບ​ລາງວັນ​ບັນດາ​ໝູ່​ຄະນະ, ສ່ວນ​ບຸກຄົນ​ດີ​ເດັ່ນ​ໃນ​ການ​ສ້າງ​ກົດໝາຍ, ປະຕິບັດ​ກົດໝາຍ, ​ເຜີຍ​ແຜ່, ສຶກສາ​ກົດໝາຍ, ​​ແບບຢ່າງ​ວຽກ​ດີ​ຄົນເດັ່ນ​ໃນ​ການ​ປະຕິບັດ​ກົດໝາຍ.

ຂ່າວ/ບົດ​ອື່ນ