(vovworld) – ວັນທີ 28/6, ແມ່ນວັນຄອບຄົວ ຫວຽດນາມ. ນັບແຕ່ເດືອນ 5/2001, ທ່ານນາຍົກລັດຖະມົນຕີ ໄດ້ປະກາດໃຊ້ຂໍ້ຕົກລົງເລືອກເອົາວັນທີ 28/6 ປະຈຳປີແມ່ນວັນຄອບຄົວ ຫວຽດນາມ, ເພື່ອແນໃສ່ຍົກສູງຄວາມຮັບຜິດຊອບຂອງການນຳທຸກຂະແໜງການ, ທຸກຂັ້ນ, ທຸກອົງການຈັດຕັ້ງສັງຄົມພ້ອມກັບບັນດາຄອບຄົວເພື່ອປະກອບສ່ວນສ້າງຄອບຄົວເປັນປົກກະຕິ, ປັບປຸງ, ສ້າງຄອບຄົວຕາມມາດຖານອິມໜຳສຳລານ, ກ້າວໜ້າ, ສະເໝີພາບ, ຜາສຸກເທື່ອລະກ້າວ. ວັນຄອບຄົວ ຫວຽດນາມ ປີນີ້ ຍັງມີຄວາມໝາຍກ່ວາອີກເມື່ອໄດ້ຮັບການເລືອກເຟັ້ນແມ່ນປີຄອບຄົວ ຫວຽດນາມ.
ມີການເຄື່ອນໄຫວຫຼາຍຢ່າງໄດ້ ແລະ ພວມຖືກຈັດຂຶ້ນໃນທົ່ວປະເທດ. ຕອນເຊົ້າວັນທີ 28/6, ພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນຄອບຄົວ ຫວຽດນາມ ໄດ້ຈັດຕັ້ງຂຶ້ນຢູ່ ຮ່າໂນ້ຍ. ນອກຈາກນັ້ນ, ໃນຂອບເຂດວັນຄອບຄົວ ຫວຽດນາມ 2013 ຍັງມີກອງປະຊຸມສຳມະນາຕ່າງໆຄື: “ຄອບຄົວຈາກເຮືອນແຫ່ງຄວາມສະຫງົບສຸກ”, ການໂອ້ລົມສົນທະນາ “ບົດບາດຂອງຄອບຄົວ ຫວຽດນາມ ໃນການສຶກສາເດັກນ້ອຍ”... ກ່ອນໜ້ານັ້ນ, ຕອນຄຳ່ວັນທີ 27/6, ຢູ່ສູນວັດທະນະທຳສິລະປະ ຮວາລື ໄດ້ດຳເນີນກອງປະຊຸມສຳມະນາ “ຄອບຄົວຈາກເຮືອນແຫ່ງຄວາມສະຫງົບສຸກ”. ໂຄງການເຮຶອນແຫ່ງຄວາມສະຫງົບສຸກຂອງສູນແມ່ຍິງ ແລະ ພັດທະນາຂຶ້ນກັບສະຫະພັນແມ່ຍິງ ຫວຽດນາມ ໄດ້ສ້າງຕັ້ງຂຶ້ນໃນປີ 2007 ເພື່ອຊ່ວຍເຫຼືອບັນດາແມ່ຍິງຖືກໃຊ້ຄວາມຮຸນແຮງ ໃນຄອບຄົວກໍ່ຄືບັນດາເອື້ອຍນ້ອງແມ່ຍິງ ຜູ້ປະສົບເຄາະຮ້າຍຈາກການຄ້າຂາຍມະນຸດ ຜ່ານຊາຍແດນ. ທ່ານນາງ ເລເຟືອງຖູ໋ຍ - ຫົວໜ້າຫ້ອງການທີ່ປຶກສາ ແລະ ໜູນຊ່ວຍພັດທະນາ ຂຶ້ນກັບສູນແມ່ຍິງ ແລະ ພັດທະນາ, ໃຫ້ຮູ້ວ່າ:
“100% ຈຳນວນຜູ້ມາຢູ່ເຮືອນແຫ່ງຄວາມສະຫງົບສຸກ ລ້ວນແຕ່ໄດ້ຮັບການໜູນຊ່ວຍຄວາມສາມາດໃນການດຳລົງຊີວິດ. ເລື່ອງໜູນຊ່ວຍກ່ຽວກັບຄວາມສາມາດໃນການດຳລົງຊີວິດໃຫ້ແມ່ຍິງເພື່ອສະກັດກັ້ນສະພາບການໃຊ້ຄວາມຮຸນແຮງ, ວິທີເພື່ອຮຽກຮ້ອງແກ້ໄຂບັນດາກໍລະນີ ໃຊ້ຄວາມຮຸນແຮງ. ຄວາມສາມາດໃນການດຳລົງຊີວິດແມ່ນປັດໄຈສຳຄັນຊ່ວຍໃຫ້ເອື້ອຍນ້ອງແມ່ຍິງສາມາດເຕີບໃຫຍ່, ຮັບມືກັບຊີວິດ. ນັ້ນບໍ່ພຽງແຕ່ແມ່ນເລື່ອງຂອງເຮືອນແຫ່ງຄວາມ ສະຫງົບສຸກໃນໄລຍະ ເຂົາເຈົ້າອາໄສເທົ່ານັ້ນ ຫາກຍັງແມ່ນເລື່ອງຂອງ ວົງຄະນະຍາດ, ຄອບຄົວ, ບັນດາອົງການ, ໝູ່ຄະນະ ເມື່ອເອື້ອຍນ້ອງແມ່ຍິງກັບຄືນສູ່ດຳລົງ ຊີວິດຢູ່ທ້ອງຖິ່ນອີກດ້ວຍ.”