ວັນດົນຕີ ຫວຽດນາມ ຄັ້ງທີ 4 ໄດ້ດຳເນີນໄປ ຢ່າງຟົດຟື້ນມ່ວນຊື່ນ

ວັນດົນຕີ ຫວຽດນາມ ຄັ້ງທີ 4 ໄດ້ດຳເນີນໄປ ຢ່າງຟົດຟື້ນມ່ວນຊື່ນ - ảnh 1
ພາບປະກອບ
(ຈາກ: cand.com.vn)

(vovworld) – ​ ວັນ​ທີ 3/9, ສະ​ເຫຼີ​ມສະຫຼອງ​ວັນ​ດົນຕີ ຫວຽດນາມ ຄັ້ງ​ທີ 4, ມີ​ການ​ເຄື່ອນ​ໄຫວ​ສິລະ​ປະ​​ຫຼາຍ​ຢ່າງໄດ້​ຮັບ​ການຈັດ​ຕັ້ງຂຶ້ນ​ຢູ່​ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ. ພິ​ເສດ​ແມ່ນ​ລາຍການ​ດົນຕີ​ປະສານ​ສຽງ “ປະ​ເທດ ຫວຽດນາມ” ​ໄດ້​ສະ​ແດງ​ບັນດາ​ບົດ​ດົນຕີ​ອະມະຕະ​ຂອງ​ພື້ນຖານ​ດົນຕີ ຫວຽດນາມ ​​ໃນ​ຕອນ​ຄຳ່​ວັນ​ທີ 3/9, ຢູ່ ​ໂຮງ​ລະຄອນ​ໃຫຍ່, ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ລາຍການ​ດົນຕີ​ປະສານ​ສຽງ ຊົມ​ເຊີຍ​ວັນ​ດົນຕີ ຫວຽດນາມ (3/9), ນັກ​ປະພັນ​ດົນຕີ ​ໂດ໋ຮົ່ງກວນ, ປະທານ​ສະມາຄົມ​ນັກ​ປະພັນ​ດົນຕີ ຫວຽດນາມ, ​ໃຫ້​ຮູ້​ວ່າ:

    “ປີ​ນີ້, ການ​ເຄື່ອນ​ໄຫ​ວວັນ​ດົນຕີ ຫວຽດນາມ ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນຢ່າງ​ຟົດ​ຟື້ນ​ຢູ່​ຫຼາຍ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ. ສະ​ເຫຼີ​ມສະຫຼອງ​ວັນ​ດົນຕີ ຫວຽດນາມ ປີ​ນີ້ຍິ່ງ​ມີ​ຄວາມ​ໝາຍ​ກ່ວາ​ອີກ​ເມື່ອ​ວົງ​ການ​ວັນນະ​ຄະດີສິລະ​ປະ​​ທົ່ວ​ປະ​ເທດຫາ​ກໍ່ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະຫະ​ພັນ​ບັນດາ​ສະມາຄົມ​ວັນນະ​ຄະດີ ຫວຽດນາມ ​ແລະ ສະຫລຸບ 15 ປີ​ແຫ່ງ​ວັນ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຊຸດ​ທີ 8, ​ແລະ 5 ປີ​ແຫ່ງ​ການ​ປະຕິບັດມະຕິ​ເລກທີ 23 ຂ​ອງກົມ​ການ​ເມືອງ​ກ່ຽວ​ກັບ​ການ​ສືບ​ຕໍ່​ສ້າງສາ ​ແລະ ພັດທະນາ​ພື້ນຖານ​ວັນນະຄະດີ​ສິລະ​ປະ​ໃນ​ໄລຍະ​​​ໃໝ່”.

ຂ່າວ/ບົດ​ອື່ນ