ວັນທີ 12/8 ໄຂກອງປະຊຸມຄັ້ງທີ 20 ຂອງຄະນະປະຈຳສະພາແຫ່ງຊາດ
ກອງປະຊຸມຂອງ ຄະນະປະຈຳສະພາແຫ່ງຊາດ
(ພາບປະກອບ)
(vovworld) – ຄາດວ່າ, ຢູ່ກອງປະຊຸມຄັ້ງທີ 20 , ເຊິ່ງຈະດຳເນີນແຕ່ວັນທີ 12-22/8, ຄະນະປະຈຳສະພາແຫ່ງຊາດ ຈະໃຫ້ຄຳເຫັນໃສ່ຮ່າງກົດໝາຍ 6 ສະບັບຄື: ຮ່າງກົດໝາຍວ່າດ້ວຍການເຂົ້າອອກເມືອງ, ການຢູ່ອາໄສຂອງຊາວຕ່າງປະເທດຢູ່ຫວຽດນາມ. ຮ່າງກົດໝາຍປັບປຸງ, ເພີ່ມເຕີມ ບາງຂໍ້ມາດຕາຂອງກົມໝາຍວ່າດ້ວຍຄົມມະນາຄົມທາງນ້ຳພາຍໃນປະເທດ; ຮ່າງກົດໝາຍວ່າດ້ວຍສຳມະໂນຄົວ; ຮ່າງກົດໝາຍວ່າດ້ວຍພາສີ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການກໍ່ສ້າງ (ສະບັບປັບປຸງ); ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍມະຫາຊົນ. ຄະນະປະຈຳສະພາແຫ່ງຊາດກໍ່ຈະປະກອບຄຳເຫັນໃສ່ດຳລັດ; ລັດຖະບັນຢັດ, ມະຕິຈຳນວນໜຶ່ງ. ຄະນະປະຈຳສະພາແຫ່ງຊາດກໍ່ຈະໃຫ້ຄຳເຫັນກ່ຽວກັບບາງບັນຫາສຳຄັນ, ຍັງມີຄວາມເຫັນທີ່ແຕກຕ່າງກັນຂອງບາງຮ່າງກົດໝາຍ. ໃນກອງປະຊຸມຄັ້ງທີ 20, ຄະນະປະຈຳສະພາແຫ່ງຊາດກໍ່ຈະປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ, ເພີ່ມເຕີມ ກໍ່ຄືດຳເນີນການຊັກຖາມ ແລະ ຕອບຄຳຊັກຖາມອີກ.