(VOVWORLD) -ຄະນະນັກກິລາ ຫວຽດນາມ ໄດ້ນຳໜ້າຕາຕະລາງຈັດອັນດັບ, ດ້ວຍຫຼຽນຄຳ 69 ຫຼຽນ, ຫຼຽນເງິນ 47 ຫຼຽນ ແລະ ຫຼຽນທອງ 44 ຫຼຽນ.
ນັກກິລາເພາະກາຍ ດິງກິມລວານ ຄວ້າໄດ້ຫຼຽນຄຳ (ພາບ: VOV) |
ໄລ່ຮອດເວລາ 14 ໂມງຂອງວັນທີ 16 ພຶດສະພາ, ຄະນະນັກກິລາ ຫວຽດນາມ ໄດ້ນຳໜ້າຕາຕະລາງຈັດອັນດັບ, ດ້ວຍຫຼຽນຄຳ 69 ຫຼຽນ, ຫຼຽນເງິນ 47 ຫຼຽນ ແລະ ຫຼຽນທອງ 44 ຫຼຽນ. ຢືນອັນດັບທີ 2 ແມ່ນ ໄທ, ດ້ວຍຫຼຽນຄຳ 28 ຫຼຽນ, ຫຼຽນເງິນ 25 ຫຼຽນ ແລະ ຫຼຽນທອງ 44 ຫຼຽນ. ຢືນອັນດັບທີ 3 ແມ່ນ ຟີລິບປິນ ດ້ວຍຫຼຽນຄຳ 21 ຫຼຽນ, ຫຼຽນເງິນ 27 ຫຼຽນ ແລະ ຫຼຽນທອງ 38 ຫຼຽນ
ກ່ອນໜ້ານັ້ນ, ວັນທີ 15 ພຶດສະພາ, ວັນແຂ່ງຂັນທີ 3 ຢ່າງເປັນທາງການຂອງງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ (ຊີເກມ 31), ເປັນວັນແຂ່ງຂັນທີ່ປະສົບຜົນສຳເລັດທີ່ສຸດຂອງຄະນະນັກກິລາ ຫວຽດນາມ ນັບແຕ່ເປີດການແຂ່ງຂັນຊີເກມມານີ້, ຂະນະທີ່ນັກກິລາຄວ້າໄດ້ຫຼຽນຄຳເຖິງ 29 ຫຼຽນ. ຊຶ່ງແມ່ນຫຼຽນຄຳຈຳນວນຫຼາຍທີ່ສຸດມາໃຫ້ ຫວຽດນາມ ໃນມື້ນີ້ ແມ່ນ ປະເພດ ວູຊູ ມີເຖິງ 7 ຫຼຽນຄຳ. ນັກມວຍ ຮວ່າງທີເຟືອງຢາງ ເປີດສາກດ້ວຍການຄວ້າຫຼຽນຄຳໃນຕອນເຊົ້າວັນທີ 15 ພຶດສະພາ. ຕອນບ່າຍ, ບັນດານັກມວຍ ວູຊູ ຍາດຫຼຽນຄຳມາໄດ້ອີກ 6 ຫຼຽນ.
Dancesport, ແລ່ນ ແລະ ລານ ແຕ່ລະປະເພດກິລາຄວ້າໄດ້ 5 ຫຼຽນຄຳ. ກິລາເພາະກາຍ ກໍ່ຄວ້າໄດ້ 2 ຫຼຽນຄຳ… ໄລ່ຮອດວັນທີ 15 ພຶດສະພາ, ຫວຽດນາມ ຍາດໄດ້ຫຼຽນຄຳຕື່ມທັງໝົດ 29 ຫຼຽນ, ຢືນອັນດັບທີ 1 ໃນຕາລະລາງຈັດອັນດັບຫຼຽນລາງວັນ ດ້ວຍຫຼຽນຄຳ 68 ຫຼຽນ, ໄທ ຢືນອັນດັບທີ 2 ດ້ວຍ ຫຼຽນຄຳ 24 ຫຼຽນ; ຕໍ່ຈາກນັ້ນແມ່ນ ຟີລິບປິນ, ອິນໂດເນເຊຍ, ມາເລເຊຍ ແລະ ສິງກະໂປ.