(VOVWORLD) -ມາຮອດປະຈຸບັນ, ຫວຽດນາມ ໄດ້ສັກຢາວັກແຊງປ້ອງກັນພະຍາດໂຄວິດ-19 ໄດ້ເກືອບ 254,8 ລ້ານໂດສ ແລ້ວ.
ພາບປະກອບ |
ວັນທີ 23 ສິງຫາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19ໃໝ່ 3.195 ຄົນ; ບໍ່ມີຜູ້ເສຍຊີວິດ.
ໃນມື້ດຽວກັນ, ມີຄົນເຈັບ 9.367 ຄົນໄດ້ຮັບການປິ່ນປົວຫາຍດີ,ເຊິ່ງເຮັດໃຫ້ຍອດຈໍານວນ ຜູ້ຕິດເຊື້ອ ໄດ້ຮັບການປິ່ນປົວຫາຍດີ ຂຶ້ນເປັນ 10.090.048 ຄົນ.
ມາຮອດປະຈຸບັນ, ຫວຽດນາມ ໄດ້ສັກຢາວັກແຊງປ້ອງກັນພະຍາດໂຄວິດ-19 ໄດ້ເກືອບ 254,8 ລ້ານໂດສ ແລ້ວ.