ວັນທີ09/06ປະກາດບັນຊີລາຍຊື່ຜູ້ທີ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ14
ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ
ປະທານສະພາເລືອກຕັ້ງແຫ່ງຊາດ ຫງວຽນທິກີມເງິນ
(vovworld) - ວັນທີ 08/06 ວາລະປະຊຸມເທື່ອທີ 6 ຂອງສະພາເລືອກຕັ້ງແຫ່ງຊາດ ຖືກຈັດຕັ້ງຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ, ປະທານສະພາເລືອກຕັ້ງແຫ່ງຊາດ ຫງວຽນທິກີມເງິນ ຢືນຢັນວ່າ: ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14, ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2016 – 2021 ໄດ້ດຳເນີນຢ່າງມີປະຊາທິປະໄຕ, ມີລະບຽບວິໄນ ຖືກກັບກົດໝາຍ. ໝາກຜົນມີ 496 ທ່ານໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ, 320.360 ທ່ານໄດ້ຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນທຸກຂັ້ນ. ອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດສູງທີ່ສຸດບັນລຸກ່ວາ 99%. ທ່ານນາງປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງແຫ່ງຊາດ ຫງວຽນທິກີມເງິນ ຊີ້ແຈ້ງວ່າ:
“ວັນເລືອກຕັ້ງໄດ້ກາຍເປັນວັນບຸນໃຫຍ່ຂອງທົ່ວປະຊາຊົນຢ່າງແທ້ຈິງ ດ້ວຍບັນຍາກາດທີ່ຟົດຟື້ນມ່ວນຊື່ນ, ວຽກງານຖະແຫຼງຂ່າວໂຄສະນາ, ການປະດັບປະດາຢູ່ບັນດາສະຖານທີ່ປ່ອນບັດ ຈາກເຂດທົ່ງພຽງຕະຫລອດຮອດເຂດພູດອຍ, ໝູ່ເກາະທະເລຖືກດຳເນີນໄປຢ່າງດີງາມ. ມາຮອດປະຈຸບັນ ພວກເຮົາໄດ້ມີໝາກຜົນ ບັນດາທ້ອງຖິ່ນໄດ້ລາຍງານມາ. ເຖິງເວລາແລ້ວທີ່ພວກເຮົາປະກາດໝາກຜົນແຫ່ງການເລືອກຕັ້ງ ພາຍຫລັງດຳເນີນຕາມລະບຽບກົດໝາຍມາເປັນເວລາ 20 ວັນ”