ວັນທີ8/6ຈະຈັດລາຍການໂທລະພາບຖ່າຍທອດ“ສັງເດກປະເທດຊາດຈາກທະເລ”

ວັນທີ8/6ຈະຈັດລາຍການໂທລະພາບຖ່າຍທອດ“ສັງເດກປະເທດຊາດຈາກທະເລ” - ảnh 1
ຖະໜົນຮ່ວາງຊາ ຢູ່ແຂວງ ດ່ານັ້ງ
(ພາບປະກອບ)

(vovworld) – ລາຍການ​ຖ່າຍ​ທອດ​ສົດ​ “ສັງ​​ເກດປະ​ເທດ​ຊາດ​​ຈາກ​ທະ​ເລ” ຖືກ​ດຳ​ເນີນຢູ່ 3 ​ແຫ່ງ​ຄື: ຮ່າ​ໂນ້ຍ, ສວນສາທາລະນະ​ທະ​ເລ​ຕາ​ເວັນ​ອອກ - ​ຖະໜົນ ​ເຈື່ອງ​ຊາ ​ແລະ ຮ່ວາງ​ຊາ (​ແຂວງ ດ່າ​ນັ້ງ) ​ແລະ ​ເມືອງ​ເກາະ ຫຼີ ​ເຊີນ (​ແຂວງ ກວາງ​ຫງາຍ) ໃນ​​ເວລາ 20 ​ໂມງ​ວັນ​ທີ 8/6 ​ໃນ​ຊ່ອງ VTV 1, ​ໂທລະພາບ​ແຫ່ງ​ຊາດ ຫວຽດນາມ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ລາຍການ​ຈຸດ​ສຸມ​ຂອງ ​ໂທລະພາບ​ແຫ່ງ​ຊາດ ຫວຽດນາມ (VTV) ທີ່​ໂຄສະນາ​ກ່ຽວ​ກັບ​ອະທິປະ​​ໄຕທະ​ເລ, ໝູ່​ເກາະ. ຕາມ​ແຫຼ່ງຂ່າວ​ຈາກ VTV ​ແລ້ວ, ລາຍການ​ຖ່າຍ​ທອດ​ສົດ “ສັງ​ເກດປະ​ເທດ​ຊາດ​​ຈາກ​ທະ​ເລ” ຈະ​​ແນະນຳ​ສະພາບ​ການ​ຢູ່ລຽບ​ຕາມ​ຄວາມ​ຍາວ​ຂອງ​ປະ​ເທດ​ຊາດ, ສ່ອງ​ແສງ​ຄວາມ​ຮັກ​ປະ​ເທດ​ຊາດ​ຂອງ ປະຊາຊົນ ຫວຽດນາມ. ຜ່ານ​ນັ້ນ, ​ເຫັນ​ໄດ້​ບັນດາ​ຮູບພາບ​ທີ​ຢັ້ງຢືນ​ອະທິປະ​ໄຕ​ຂອງ ຫວຽດນາມ ທີ່​ມີ​ຕໍ່​ໝູ່​​ເກາະ​ຮ່ວາງ​ຊາ, ​ເຈື່ອງ​ຊາ. ລາຍການ​ກໍ່​ມີ​ການ​ພົວພັນ​​ແລ​ກປ່ຽນ​ໂດ​ຍກົງ​ກັບ​ບັນດາ​ຕົວ​ພະຍານ​​ເພື່ອ​ແນ​ໃສ່​ວາດ​ພາບ​ສະພາບ​ຂອງ ປະ​ເທດ​ ຫວຽດນາມ ​ເຊິ່ງ​ໄດ້​ຮັບ​ການ​ສັງ​ເກດ​ຈາກ​ທະ​ເລຢ່າງ​ຈະ​ແຈ້ງ. ບັນດາ​​ເລື່ອງ​ລາວ​ຢູ່​ສະຖານ​ທີ່​ຕ່າງໆ​ນັ້ນ ລ້ວນ​ແຕ່​ປະກອບສ່ວນ​ຢັ້ງຢືນ​ສານທີ່​ວ່າ: ປະຊາຊົນ​ແຕ່ລະຄົນ​ລ້ວນ​ແຕ່​ແມ່ນ “​ເສົາ​ຫຼັກ” ທີ່​ມີ​ຊີວິດ​ຊີວາ​​ເພື່ອ​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ.


ຂ່າວ/ບົດ​ອື່ນ