ວັນນັກສຶກສາຫວຽດນາມ ຢູ່ສ.ເກົາຫຼີ ດຳເນີນໄປຢ່າງຟົດຟື້ນ

ວັນນັກສຶກສາຫວຽດນາມ ຢູ່ສ.ເກົາຫຼີ ດຳເນີນໄປຢ່າງຟົດຟື້ນ - ảnh 1
ລາຍການ​ສະ​ແດງ​ຟ້ອນ​ລຳ​ທຳ​ເພງ​ພື້ນ​ເມືອງຂອງ​ຫວຽດນາມ
(ພາບ: Vietnam+)


(vovworld) - ວັນ​ທີ 17/11, ສະມາຄົມ​ນັກ​ສຶກສາ​ຫວຽດນາມ ຢູ່​ສ.​ເກົາຫຼີ (VSAK), ມະຫາວິທະຍາ​ໄລ Soongsil ​ແລະ ບໍລິສັດ​ກໍ່ສ້າງ Hanshin ສົມທົບ​ກັນ​ຈັດ​ຕັ້ງ “ວັນ​ນັກ​ສຶກສາ​ຫວຽດນາມ ຢູ່​ສ.​ເກົາຫຼີ ຄັ້ງ​ທີ 9” ຢູ່​ນະຄອນຫຼວງ​ເຊີ​ອຸນ ສຳ​ເລັດ​ຜົນ. ນັກ​ສຶກສາ​ຫວຽດນາມ ນັບ​ພັນ​ຄົນຢູ່ສະມາຄົມ​ນັກ​ສຶກສາສາຂາຕ່າງໆໃນທົ່ວປະເທດສ.ເກົາຫຼີ ໄດ້ເຕົ້າໂຮມຢູ່ມະຫາວິທະຍາໄລ Soongsil ​ເພື່ອ​ເຂົ້າ​ຮ່ວມ​ວັນ​ບຸ​ມ​ໃຫຍ່​ກວ່າ​ໝູ່​ໃນ​ປີ. ບັນດາ​ຜູ້​ແທນ, ​ແຂກ​ຖືກ​ເຊີນ​ໄດ້​ມີ​ໂອກາດ​ຮັບ​ປະທານ​ອາ​ຫານ​ທີ່​ຟື້ນ​ເມືອງ​ເຊື້ອ​ຂອງ​ຫວຽດນາມ, ຮັບ​ຊົມ​ລາຍການ​ສະ​ແດງ​ຟ້ອນ​ລຳ​ທຳ​ເພງ​ພື້ນ​ເມືອງຂອງ​ຫວຽດນາມ.

        ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ບໍລິຫານ VSAK ​ໄດ້ປຸກລະດົມ​ຂະ​ບວນການ​ບໍລິຈາກ​ຄັ້ງ​ທີ 2 ​ໃນໝູ່​ນັກ​ສຶກສາ​ຫວຽດນາມ ຢູ່ ສ.​ເກົາຫຼີ ​ເພື່ອ​ສະໜັບສະໜູນ​ປະຊາຊົນ​ພາກ​ກາງ​ທີ່​ຖືກ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກພາຍຸ​ຜ່ານ​ມາ.

ຂ່າວ/ບົດ​ອື່ນ