ວັນ​ບຸນ ຊາວ​ໜຸ່ມ ຫວຽດ​ນາມ - ລາວ ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມັກ​ຄີ

(VOVWORLD) -  ຕອນບ່າຍວັນທີ 5 ກໍລະກົດ, ຢູ່ແຂວງ ດົ່ງນາຍ, ຫວຽດນາມ ໄດ້ດຳເນີນວັນບຸນພົບປະແລກປ່ຽນລະຫວ່າງນັກສຶກສາ, ຊາວໜຸ່ມແຂວງ ດົ່ງນາຍ ແລະ ນັກສຶກສາ ລາວ ທີ່ພວມຮ່ຳຮຽນຢູ່ແຂວງ ດົ່ງນາຍ ປີ 2024. 
ວັນ​ບຸນ ຊາວ​ໜຸ່ມ ຫວຽດ​ນາມ - ລາວ ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມັກ​ຄີ - ảnh 1ນັກສຶກສາລາວ  ແລະ ຫວຽດນາມ ແລກປ່ຽນການສະແດງສິລະປະ (ພາບ: baodongnai.com.vn)

ໃນວັນບຸນ, ນັກສຶກສາ, ຊາວໜຸ່ມ ແຂວງ ດົ່ງນາຍ ແລະ ນັກສຶກສາ ລາວ ໄດ້ເຂົ້າຮ່ວມການພົບປະແລກປ່ຽນສະແດງສິລະປະວັນນະຄະດີ, ການລະຫຼີ້ນພື້ນເມືອງ, ຮັບຊົມງານວາງສະແດງພາບຖ່າຍກ່ຽວກັບການພົວພັນມິດຕະພາບ ຫວຽດນາມ - ລາວ. ນັກສຶກສາ, ຊາວໜຸ່ມ ດົ່ງນາຍ ແລະ ນັກສຶກສາ ລາວ ກໍໄດ້ຮັບຟັງການບັນລະຍາຍຈອງທ່ານ ພອນສີ ບຸນມີໄຊ ຫົວໜ້າສະຖານກົງສູນໃຫຍ່ ລາວ ປະຈຳ ນະຄອນ ໂຮ່ຈີມິນ ກ່ຽວກັບສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃນປະຫວັດສາດ ກໍຄື ປັດຈຸບັນ.  ນອກຈາກນັ້ນ, ຜູ້ຕາງໜ້າ ສະຫະພພັນບັນດາອົງການຈັດຕັ້ງມິດຕະພາບ ແຂວງ ດົ່ງນາຍ ກໍໄດ້ລາຍງານໂດຍສັງເຂບກ່ຽວກັບວຽກງານການທູດປະຊາຊົນ. ຜ່ານນັ້ນ, ເພີ່ມທະວີຄວາມສະໜິດຕິດພັນ, ຊ່ວຍຊາວໜຸ່ມສອງປະເທດມີສະຕິຄວາມຮັບຮູ້ຢ່າງຄົບຖ້ວນ ແລະ ສືບຕໍ່ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນທີ່ເປັນມູນເຊື້ອ, ບໍລິສຸດຜຸດຜ່ອງ ແລະ ຜູກພັນກັນຢ່າງໜຽວແໜ້ນມາແຕ່ດົນນານ ຂອງສອງປະເທດ.

 

ຕອບກັບ

ຂ່າວ/ບົດ​ອື່ນ