ວັນບຸນນັກສຶກສາກັບທະເລ ໝູ່ເກາະຂອງປະເທດຊາດ

ວັນບຸນນັກສຶກສາກັບທະເລ ໝູ່ເກາະຂອງປະເທດຊາດ - ảnh 1
ວັນ​ບຸນ​ນັກ​ສຶກສາ​ກັບ​​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ
(ພາບ: TTXVN)


(vovworld) -     ​ໂດຍນອນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ “ວັນ​ບຸນ​ນັກ​ສຶກສາ​ກັບ​​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ” ປີ 2012, ຕອນ​ຄໍ່າ​ວັນ​ທີ 21/10, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ຊາວ​ໜູ່ມກອມ​ມູນິດ​ໂຮ່ຈິ​ມິນ ສົມທົບ​ກັບ​ສະຖານ​ບັນ​ການ​ຕ່າງປະ​ເທດ ຈັດ​ຕັ້ງ​ງານ​ພົບ​ປະ​ແລກປ່ຽນ “ບັນທຶກປະຈຳ​ວັນ​ກ່ຽວ​ກັບ Truong Sa”. ບັນດາ​ຊາວ​ໜຸ່ມ, ນັກ​ສຶກສາ ທີ່​ພວມ​ດຳລົງ​ຊີວິດ, ​ເຮັດ​ວຽກ, ຮໍ່າຮຽນ​ໃນ​ບໍລິ​ເວນ​ນະຄອນຫຼວງ​ຮ່າ​ໂນ້ຍ ​ໄດ້​ມີ​ໂອກາດ​ເຂົ້າ​ໃຈ​ຕີ່ມອີກ​ກ່ຽວກັບ​ຊີວິດ​ຂອງ​ບັນ​ດາ​ພະນັກງານ, ນັກຮົບ​ທີ່​ພວມ​ປົກ​ປັກ​ຮັກສາ Truong Sa ທັງ​ວັນ ​ແລະ ຄືນ, ກໍ​ຄື​ຄວາມ​ຮັກ​ແພງ​ຈາກ​ປະຊາຊົນ​ຢູ່​ດິນ​ຕໍ່​ແຜ່ນ​ທີ່​ມີ​ຕໍ່​ບັນດາ​ນັກຮົບ​ຢູ່​ໝູ່​ເກາະ. ​ໄວ​ໜຸ່ມ​ນະຄອນຫຼວງ​ໄດ້​ຮັບ​ຟັງ​ບັນດາ​ຊາວ​ໜຸ່ມ, ນັກ​ສຶກສາ, ຄູອາຈານ​ໜຸ່ມ​ທີ່​ເຄີຍ​​ໄປຢ້ຽມຢາມ Truong Sa ຜ່ານ “ການ​ເດີນທາງຂອງ​ຊາວ​ໜຸ່ມ​ເພື່ອທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ” ​ແບ່ງປັນ​ຄວາມ​ໃນ​ໃຈ. ນັກ​ສຶກສາ Hoang Minh Hieu ຮຽນ​ຢູ່​ສະ​ຖາ​ບັນ​ການ​ຕ່າງປະ​ເທດ ​ໄດ້​ຖື​ວ່າ ການ​ຢ້ຽມຢາມ​ແມ່ນ​ຂີດ​ໝາຍ​ທີ່​ບໍ່​ອາດ​ຫຼົງ​ລື່ມ​ໄດ້​ໃນ​ຊີວິດ​ຂອງ​ລາວ.

        “ພາຍຫຼັງ​ການ​ຢ້ຽມຢາມ Truong Sa ນ້ອງ​ຍັງ​ສືບ​ຕໍ່ການ​ຕິດ​ຕໍ່​ກັບ​ບັນດາ​ນັກຮົບ​ຢູ່​ເຂດ​ເກາະ ​ເພື່ອ​ລະດົມ​ກຳ​ລັງ​ໃຈ, ຢື້​ຢາມ​ຖາມ​ຂ່າວ​ເປັນ​ປະຈຳ. ທີ່​ສອງ​​ແມ່ນ, ພາຍຫຼັງ​ກັບ​ເມືອ ນ້ອງ​ໄດ້​ເຂົ້າ​ຮ່ວມ ​ແລະ ຈັດ​ຕັ້ງ​ບັນດາ​ລາຍການ​ຄື; ຟາກ​ຈົດໝາຍ​ໃຫ້​ນັກ​ຮົບ Truong Sa, ​ແນະນຳ​ໃຫ້​ເພື່ອນ​ກ່ຽວ​ກັບ​ວັນ​ບຸນ​ນັກ​ສຶກສາ​ກັບ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ. ນ້ອງ​ປາດ​ຖະໜາ​ວ່າ ​ບັນດາ​ນັກ​ສຶກສາ, ພິ​ເສດ​ແມ່ນ​ນັກ​ສຶກສາ​ຢູ່​ສະ​ຖາ​ບັນ​ການ​ຕ່າງປະ​ເທດ​ຈະມີ​ໂອ​ກາດ​ຫຼາຍ​ຢ່າງ​ເພື່ອ​ເຂົ້າ​ຮ່ວມ​ການ​ເດີນທາງ​ໄປ​ຢ້ຽມຢາມ Truong Sa ​ໃນ​ໄລຍະ​ຈະ​ມາ​ເຖິງ”.

ຂ່າວ/ບົດ​ອື່ນ