(vovworld) - ວັນບຸນບໍລິຈາກເລືອດ “ວັນອາທິດແດງ” ຄັ້ງທີ 6 ໂດຍຄະນະກຳມະການຄວາມປອດໄພຄົມມະນະຄົມແຫ່ງຊາດ, ສະຖາບັນເລືອດສາດ ແລະ ສົ່ງເລືອດສູນກາງຫວຽດນາມ ແລະ ຄະນະຊາວໜຸ່ມຮ່າໂນ້ຍ ຈັດຕັ້ງ ໃນຕອນເຊົ້າວັນທີ 12/01 ຢູ່ຮ່າໂນ້ຍ. ວັນບຸນແມ່ນໂອກາດເພື່ອໃຫ້ລຸນໜຸ່ມສະແດງຄວາມໄຝ່ຝັນ, ຄວາມສຸດຈິດສຸດໃຈ, ການແບ່ງປັນຜ່ານການເຄື່ອນໄຫວບໍລິຈາກເລືອດຊ່ວຍກູ້ຊີວິດມະນຸດ. ປີ 2014 ນີ້, ຈຳນວນຊາວໜຸ່ມ, ນັກສຶກສາເຂົ້າຮ່ວມການບໍລິຈາກເລືອດລ້ວນແຕ່ລື່ນກ່າຍເມື່ອທຽບກັບການຄາດຄະເນ. ເພື່ອນ ຫງວຽນທິແຫ້ງ, ນັກສຶກສາປີທີ 3, ມະຫາວິທະຍາໄລການຄ້າຮ່າໂນ້ຍ ໃຫ້ຮູ້ວ່າ.
“ນີ້ແມ່ນຄັ້ງທີ 3 ທີ່ນ້ອງໄປບໍລິຈາກເລືອດ. ນ້ອງຄິດວ່າ ການບໍລິຈາກເລືອດ ຈະມີຫຼາຍຄົນຊ່ວຍເຫຼືອ ແລະ ປາດຖະນາວ່າເລືອດຂອງຕົນຈະໄດ້ນຳໃຊ້ຢ່າງມີປະສິດທິຜົນ. ການບໍລິຈາກເລືອດໃນຕົວຈິ່ງແມ່ນບໍ່ເປັນໜ້າວິຕົກກັງວົນ, ຫາກສຳຄັນແມ່ນຕົນເອງສະມາດຊ່ວຍໃຫ້ທຸກຄົນພວມຕ້ອງການເລືອດ.”
ໃນປີ 2014 ນີ້, ວັນບຸນ “ອາທິດແດງ” ໄດ້ຮັບການຈັດຕັ້ງຢູ່ 10 ແຂວງນະຄອນໃນທົ່ວປະເທດ, ຄາດວ່າຈະຮັບເລືອດບໍລິຈາກໄດ້ແຕ່ 5000 – 7000 ຖົງ.