ວັນບຸນມິດຕະພາບ,ສາມັກຄີຫວຽດນາມ-ຝຣັ່ງ
ທ່ານເອກອັກຄະລັດຖະທູດ ຫງວຽນງອກເຊີນ ກ່າວຄຳເຫັນ
ໄຂວັນບຸນມິດຕະພາບ, ສາມັກຄີ ຫວຽດນາມ-ຝຣັ່ງ
(ພາບ:Bích Hà/Vietnam+)
(vovworld) – ວັນທີ 6/6 ຢູ່ ຝຣັ່ງ, ກ່ວາ 60 ອົງການ, ສະຫະສະມາຄົມ ຫວຽດນາມ-ຝຣັ່ງ ແລະ ຝຣັ່ງ-ຫວຽດນາມ ທີ່ມາຈາກຫຼາຍແຂວງນະຄອນໃນທົ່ວປະເທດ ຝຣັ່ງ ໄດ້ເຕົ້າໂຮມກັນໃນງານພົບປະແລກປ່ຽນແຫ່ງຄວາມສາມັກຄີ ແລະ ມິດຕະພາບ ລະຫວ່າງປະຊາຊົນ 2 ປະເທດ ຫວຽດນາມ-ຝຣັ່ງ ເຊິ່ງໄດ້ຈັດຕັ້ງຢູ່ສຳນັກງານນະຄອນ Montreuil, ຊານນະຄອນ ປາຣີ້. ງານພົບປະແລກປ່ຽນ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ກ່ຽວກັບ ຫວຽດນາມ, ຮັດແໜ້ນຄວາມສາມັກຄີ ລະຫວ່າງບັນດາອົງການ ແລະ ປະຊາຊົນ 2 ປະເທດ, ດຶງດູດຊາວ ຫວຽດນາມ ອາໄສຢູ່ ຝຣັ່ງ, ນັກຮຽນ, ນັກສຶກສາ ຫວຽດນາມ ທີ່ພວມຮຳ່ຮຽນ ແລະ ດຳລົງຊີວິດຢູ່ ຝຣັ່ງ ເປັນຈຳນວນຫຼວງຫຼາຍ. ຈຸດພົ້ນເດັ່ນຂອງວັນບຸນແມ່ນ “ໝູ່ບ້ານສະຫະສະມາຄົມ” ດ້ວຍລາຍການຟ້ອນສິງໂຕ, ຕີມວຍ, ສະແດງຊຸດເສື້ອຍາວ, ແນະນຳອາຫານການກິນ, ເຄື່ອງທີ່ລະນຶກ ແລະ ເຄື່ອງສິລະປະຫັດຖະກຳ ຫວຽດນາມ.