ປະທານໂຮ່ຈິມິນກ່າວບົົດຖະແຫຼງປະກາດເອກະລາດຢູ່ສະໜາມຫຼວງບາດິງ, ຮ່າໂນ້ຍ |
(vovworld)- ວັນທີ 2/9/1945 ໄດ້ເປັນຂີດໝາຍການສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕຫວຽດນາມ ປະຈຸບັນແມ່ນ ສາທາລະນະລັດ ສັງຄົມນິຍົມຫວຽດນາມ. ນັບແຕ່ວັນນັ້ນເປັນຕົ້ນມາ, ປະເທດຫວຽດນາມໄດ້ເປີດສັງກາດໃໝ່, ສັງກາດເອກະລາດແຫ່ງຊາດຕິດພັນກັບລັດທິສັງຄົມນິຍົມ. ປະຊາຊົນຫວຽດນາມໄດ້ເສີມຂະຫຍາຍບັນດາບົດຮຽນຈາກໝາກຜົນແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ, ສືບຕໍ່ສ້າງສາປະເທດໃຫ້ຈະເລີນກ້າວໜ້າ, ອຸດົມຮັ່ງມີ ແລະ ສວຍງາມ. ທ່ານຮອງສາດສະດາຈານ ດຣ ຫງວຽນຫງອກຮ່າ ບັນນາທິການໃຫຍ່ວາລະສານວິທະຍາສາດສັງຄົມເນັ້ນໜັກວ່າ :
“ການສ້າງຕັ້ງລັດແຫ່ງສາທາລະນະລັດ ປະຊາທິປະໄຕຫວຽດນາມ ໄດ້ສ້າງຫຼາຍບົດຮຽນອັນເລິກເຊິ່ງໃຫ້ແກ່ພາລະກິດປ່ຽນແປງໃໝ່, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດໃນທຸກວັນນີ້. ບົດຮຽນເຫຼົ່ານັ້ນ ລວມມີບົດຮຽນກ່ຽວກັບການກໍ່ສ້າງ ແລະ ພັດທະນາກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ, ບົດຮຽນກ່ຽວກັບກຳລັງແຮງທົ່ວປວງຊົນທັງຊາດໂດຍສົມທົບກັບກຳລັງແຮງຍຸກສະໄໝ, ກ່ຽວກັບການຍາດແຍ່ງກາລະໂອກາດ, ກຳແໜ້ນກາລະໂອກາດ. ກ່ອນນີ້ 70 ປີ, ແມ່ນກາລະໂອກາດເພື່ອປຸກລະດົມທົ່ວປວງຊົນທຳການລຸກຮື້ຂຶ້ນເພື່ອຢຶດອຳນາດ, ປະຈຸບັນແມ່ນກາລະໂອກາດເພື່ອພັດທະນາປະເທດຊາດ, ແມ່ນການຍູ້ແຮງພາລະກິດຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ ແລະ ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ. ການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ ໄດ້ປຸກລຸກກຳລັງແຮງຂອງປະຊາຊົນຫວຽດນາມ”
ການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ ໄດ້ນຳມາເຊິ່ງທີ່ຕັ້ງບົດບາດໃໝ່ໃຫ້ແກ່ປະຊາຊົນຫວຽດນາມ, ຈາກຖານະເປັນຂ້າທາດໄດ້ກາຍເປັນຜູ້ເປັນເຈົ້າຂອງຊາຕະກຳຂອງຊາດ. ທ່ານຮອງສາດສະດາຈານ ດຣ ຫງວຽນຈ້ອງຟຸກ ອະດີດຫົວໜ້າສະຖາບັນປະຫວັດສາດພັກ ຊີ້ແຈ້ງວ່າ :
“ ພາຍຫຼັງທີ່ປະທານໂຮ່ຈິມິນໄດ້ກ່າວບົົດຖະແຫຼງປະກາດເອກະລາດ, ນະໂຍບາຍການຕ່າງປະເທດຂອງປະເທດສາທາລະນະລັດ ປະຊາທິປະໄຕຫວຽດນາມແມ່ນປະຕິບັດແນວທາງການຕ່າງປະເທດເອກະລາດ-ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ ແລະ ຫວຽດນາມເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມໂລກ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາຂອງທຸກໆປະຊາຊາດ. ປະຈຸ ບັນ ຫວຽດນາມໄດ້ ແລະ ພວມປະຕິບັດສິ່ງດັ່ງກ່າວ. ນັ້ນແມ່ນກາລະໂອກາດເພື່ອໃຫ້ຫວຽດນາມພັດທະນາ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກ້ວາງຂວາງ, ເຂົ້າຮ່ວມໃນຂະບວນວິວັດແຫ່ງການຫັນເປັນໂລກາພິວັດ, ນຳໃຊ້ບັນດາໝາກຜົນຂອງການປະຕິວັດວິທະຍາສາດເຕັກໂນໂລຢີຂອງໂລກ ແລະ ຍົກສູງທີ່ຕັ້ງບົດບາດຂອງຫວຽດນາມໃນເວທີສາກົນ”