ວັນວັດທະນະທຳຫວຽດນາມ-ສະວິດ ຢູ່ ເຊີແນວ ຊຸກຍູ້ການພົບປະແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ

(VOVWORLD) -ບັນດານັກສິລະປິນຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ປະເທດປະຈຳຖິ່ນໄດ້ສະແດງບາງບົດເພງພື້ນເມືອງ  ແລະ ສະແດງເຄື່ອງດົນຕີພື້ນເມືອງຂອງຫວຽດນາມ.
ວັນວັດທະນະທຳຫວຽດນາມ-ສະວິດ ຢູ່ ເຊີແນວ ຊຸກຍູ້ການພົບປະແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ - ảnh 1ສະແດງເຄື່ອງດົນຕີພື້ນເມືອງຂອງຫວຽດນາມ
(ພາບ: baoquocte.vn)

ວັນທີ 16 ຕຸລາ, ວັນບຸນວັດທະນະທຳ ຫວຽດນາມ - ສະວິດ ໄດ້ດຳເນີນຢູ່ສຳນັກງານຄະນະຜູ້ຕາງໜ້າ ຫວຽດນາມ ຄຽງຂ້າງບັນດາອົງການຈັດຕັ້ງສາກົນຢູ່ ເຊີແນວ, ປະເທດ ສະວິດ. ການເຄື່ອນໄຫວທີ່ມີຄວາມໝາຍດັ່ງກ່າວໂດຍຄະນະຜູ້ແທນ ຫວຽດນາມ ຄຽງຂ້າງບັນດາອົງການຈັດຕັ້ງສາກົນຢູ່ ເຊີແນວ ເປັນເຈົ້າພາບຈັດຂຶ້ນ ສົມທົບກັບສະຖານທູດ ຫວຽດນາມ ປະຈຳ Bern ແລະ ເພື່ອນມິດຄູ່ຮ່ວມມື ແນໃສ່ປະກອບສ່ວນສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ສະວິດ (1971 – 2021), ເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ວັດທະນະທຳ, ເສດຖະກິດລະຫວ່າງ 2 ປະເທດ.

        ບັນດານັກສິລະປິນຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ປະເທດປະຈຳຖິ່ນໄດ້ສະແດງບາງບົດເພງພື້ນເມືອງ  ແລະ ສະແດງເຄື່ອງດົນຕີພື້ນເມືອງຂອງຫວຽດນາມ. ນອກນັ້ນ, ຍັງມີການສະແດງຟ້ອນສິງໂຕ, ສະແດງການຕີມວຍ ຫວຽດນາມ ອີກ.

        ວັນບຸນວັດທະນະທຳ ຫວຽດນາມ - ສະວິດ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ແຂກເຂົ້າຮ່ວມ ແລະ ປະກອບສ່ວນເຮັດໃຫ້ຄວາມເຂົ້າໃຈ, ນ້ຳໃຈສາມັກຄີ ແລະ ການແລກປ່ຽນວັດທະນະທຳລະຫວ່າງ 2 ປະເທດ, ກໍ່ຄືເພື່ອນມິດສາກົນ ເລິກເຊິ່ງຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ