ວັນສຸດທ້າຍຂອງກອງປະຊຸມສຸດຍອດ ອາຊຽນ 19

ໂດຍ​ສືບ​ຕໍ່​ລາຍການ​​ເຄື່ອນ​ໄຫວຂອງ​ກອງ​ປະຊຸມ​ສຸດ​ຍອດອາ​ຊຽນ 19 ​ແລະ​ ບັນດາ​ກອງ​ປະຊຸມສຸດ​ຍອດ​ທີ່​ກຽວ​ຂ້ອງ, ຕອນ​ເຊົ້າ​ວັນ​ທີ 19/11, ຢູ່​ບາ​ລີ (ອິນ​ໂດ​ເນ​ເຊຍ) ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕ໋ນຢຸງ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນກັບ​ສະຫະ​ປະຊາ​ຊາດ ​ແລະ ອິນ​ເດຍ. ກອງ​ປະຊຸມ​ສຸດ​ຍອດອາ​ຊຽນ - ສະຫະ​ປະຊາ​ຊາດ ສູ​ມ​ໃສ່​ສຳ​ຫຼວດກວດຄືນ​ການ​ຜັນ​ຂະຫຍາຍ​ຂໍ້​ຕົກລົງ​ຕ່າງໆ​ຂອງກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ - ​ສະຫະ​ປະຊາ​ຊາດຄັ້ງ​ທີ 3 (ຮ່າ​ໂນ້ຍ, ​ເດືອນ 10/2010) ​ແລະ ຊຸກຍູ້​ການ​ພົວພັນ​ອາ​ຊຽນ - ສະຫະ​ປະຊາ​ຊາດ ພັດ ທະນາ​ຢ່າງຮອບດ້ານ​ແລະ​ແທ້​ຈິງ. ​ເນື່ອງ​ໃນ​ໂອກາດ​ນີ້, ການ​ນຳ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ Ban Ki-moon ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ຄູ່​ຮ່ວມ​ມື​ຮອບດ້ານອາ​ຊຽນ - ສະຫະ​ປະຊາ​ຊາດ.

ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ - ອິນ​ເດຍ ສູ​ມ​ໃສ່​ສຳ​ຫຼວດກວດຄືນ​ການ​ຜັນ​ຂະຫຍາຍ​ແຜນການ​ດຳ​ເນີນ​ງານ 2011 - 2015 ​ແລະ​​ລາຍ ການ​ປະຕິບັດ​ງານ2011 - 2012. ການ​ນຳ​ສອງ​ຝ່າຍ​ເຫັນ​ດີ​ຕໍ່​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ເພື່ອ​ສະ​ເຫຼີ​ມສະຫຼອງ 20 ປີ ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ເຈລະ​ຈາອາ​ຊຽນ - ອິນ​ເດຍ ​ໃນ​ປີ 2012, ພິ​ເສດ​ແມ່ນ​ກອງ​ປະຊຸມ​ສຸດ​ຍອດ ສະ​ເຫຼີ​ມສະ​ຫຼອງ ​ເຊິ່ງຈະ​ຈັດ​ຂຶ້ນ​ຢູ່​ນິວ​ເດ​ລີ (ອິນ​ເດຍ) ​ໃນ​ທ້າຍ​ປີ.
ຕອນ​ບ່າຍ​ວັນ​ທີ 19/11, ຢູ່​ສູນ​ກອງ​ປະຊຸມ Bali Nusa Dua ຢູ່ ບາ​ລີ ປະ​ເທດ ອິນ​ໂດ​ເນ​​ເຊຍ ​ໄດ້​ຈັດ​ພິທີ​ອັດ ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ 19 ​ແລະ ​ກອງ​ປະຊຸມ​ຂັ້ນ​ສູງຕ່າງໆ​ທີ່​ກ່ຽວຂ້ອງ. ດ້ວຍ​ບັນດາ​ເອກະສານ​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ​ການ​ນຳ​ອາ​ຊຽນ ​ແລະ ລະຫວ່າງອາຊຽນ ກັບ​ບັນດາ​ຄູ່​ເຈລະຈາ, ກອງ​ປະຊຸມ​ຄັ້ງນີ້​ໄດ້​ຊຸກຍູ້​ວິວັດ​ການ​ພັດທະນາບາດ ກ້າວ​ໜຶ່ງ ກໍ່​ຄື​ປະກອບສ່ວນຍົກ​ສູງບົດບາດ, ທີ່​ຕັ້ງ​ຂອງ​ອາ​ຊຽນ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ, ພ້ອມ​ກັນ​ນັ້ນ​ກໍ່​ຢັ້ງຢືນ​ບັນດາ​ຜົນສຳ​ເລັດ​ຂອງ​ ອິນ​​ໂດ​ເນ​ເຊຍ​ໃນ​ປີ ​ເປັນ​ປະ​ທານ​ອາ​ຊຽນ 2011. ທີ່​ພິທີ​ອັດ, ທ່ານ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Susilo Bambang Yudhoyono ​ໄດ້​ມອບ​ສົ່ງ​ຕຳ​ແໜ່​ງ ປະທານ​ອາ​ຊຽນ 2012 ຢ່າງ​ເປັນ​ທາງ​ການໃຫ້​ແກ່​ທ່ານນາຍົກລັດຖະມົນຕີ ກຳປູ​ເຈຍ. ທີ່​ພິທີ​ມອບ​ຮັບປະທານ​ອາ​ຊຽນ, ທ່ານນາຍົກລັດຖະມົນຕີ Samdec Hunsen ຢືນຢັນ​ວ່າ: ກຳປູ​ເຈຍ​ຈະ​​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອສົມທົບ​ກັບ​ບັນດາ​ປະ​ເທດ​ສະມາຊິກ ອາຊຽນ ​ແລະ ຄູ່​​ເຈລະຈາ​ສືບ​ຕໍ່​ຍຸ​ໄວ​ວິວັດ​ການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ, ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ອາ​ຊຽນ, ​ເປ​ີດກວ້າງ​ແລະ​ເຮັດ​ໃຫ້ການ​ພົວພັນ​ກັບ​ຕ່າງປະ​ເທດ​ຂອງ​ອາ​ຊຽນ​ເລິກ​ເຊິ່ງກວ່າອີກ ກໍ່​ຄື​ປັບປຸງ​ບົດບາດ​ໃຈກາງ​ຂອງ​ສະມາຄົມ​ໃນ​ວິວັດ​ການ​ຮ່ວມ​ມື​ຕ່າງໆ​ໃນ​ພາກ​ພື້ນ… ທ່ານ​ນາຍົກລັດຖະມົນຕີ ຮຸນ​ແຊນ ປາຖະໜາ​ວ່າ ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ແລະ​ບັນດາ​ຄູ່​ເຈລະຈາ ສະໜັບສະໜູນ ​ແລະ ປະສານ​ສົມທົບ ​ເພື່ອ​ໃຫ້ ກຳປູ​ເຈຍ ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ເປັນ​ປະທານ ອາ​ຊຽນ ປີ 2012…

ຕອນ​ບ່າຍ​ວັນ​ທີ 19/11 ພາຍຫຼັງ​ເຂົ້າ​ຮ່ວມ​ພິທີ​ອັດ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ 19 ​ແລະ ກອງ​ປະຊຸມ​ສຸດ​ຍອດ​ຕ່າງໆ ທີ່​ກ່ຽວຂ້ອງ, ທ່ານ​ນາຍົກລັດຖະມົນຕີ ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ ຄະນະ​ຜູ້​ແທນ ຫວຽດນາມ ​ໄດ້​ເດີນທາງ​ອອກ​ຈາກ ບາ​ລີ (ອິນ​ໂດ​ເນ​ເຊຍ) ກັບ​ເມືອ ຮ່າ​ໂນ້ຍ. ກ່ອນ​ໜ​້ານັ້ນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸ້ງ ພ້ອມ​ກັບ​ບັນດາ​ການ​ນຳ ອາ​ຊຽນ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມສຸ​ດຍອດ​ອາ​ຊຽນ - ສະຫະ​ປະຊາ​ຊາດ​ຄັ້ງ​ທີ 4, ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ - ອິນ​ເດຍ ຄັ້ງ​ທີ 9 ​ແລະ​ກອງ​ປະຊຸມ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 6.

ຂ່າວ/ບົດ​ອື່ນ