ວັນສາ​ກົນ​ລົບ​ລ້າງ​ຄວາມ​ທຸກ​ຍາກ ຄື​ວັນ​ທີ 17 ຕຸ​ລາ: ສ​ປ​ຊ ຮຽກ​ຮ້ອງກ​ານ​ຟື້ນ​ຟູ​ແບບ​ຍືນ​ຍົງ​ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ໃນສານຂອງຕົນ, ທ່ານເລຂາທິການໃຫຍ່ Antonio Guterres ໃຫ້ຮູ້ວ່າ ການຂາດຄວາມສະເໝີພາບໃນການສຳຜັດກັບວັກຊິນກັນໂຄວິດ - 19 ໄດ້ເຮັດໃຫ້ເຊື້ອໄວຣັດ SARS – CoV – 2 ສາຍພັນຕ່າງໆຂະຫຍາຍຕົວແລະ ແຜ່ລະບາດຢ່າງແຮງ, ເຮັດໃຫ້ປະຊາຊົນໃນໂລກນັບລ້ານຄົນເສຍຊີວິດ ແລະ ຈະແກ່ຍາວໄລຍະຊຸດໂຊມເສດຖະກິດ ອາດຈະກໍ່ຄວາມເສຍຫາຍນັບພັນຕື້ USD.
ວັນສາ​ກົນ​ລົບ​ລ້າງ​ຄວາມ​ທຸກ​ຍາກ ຄື​ວັນ​ທີ 17 ຕຸ​ລາ: ສ​ປ​ຊ ຮຽກ​ຮ້ອງກ​ານ​ຟື້ນ​ຟູ​ແບບ​ຍືນ​ຍົງ​ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ພາບປະກອບ: TTXVN

ເນື່ອງໃນໂອກາດວັນສາກົນລົບລ້າງຄວາມທຸກຍາກ ຄືວັນ 17 ຕຸລາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຮຽກຮ້ອງໃຫ້ບັນດາປະເທດໃນໂລກ ຈົ່ງຊຸກຍູ້ການຟື້ນຟູທີ່ມີລັກສະນະຫັນປ່ຽນ, ຮອບດ້ານ ແລະ ຍືນຍົງພາຍຫຼັງໂລກລະບາດໂຄວິດ - 19 ເພື່ອລົບລ້າງຄວາມທຸກຍາກ ພ້ອມທັງສ້າງໂລກແຫ່ງຄວາມຍຸຕິທຳ, ມີຄຸນຄ່າ ແລະ ກາລະໂອກາດໃຫ້ແກ່ປະຊາຊົນໝົດທຸກຄົນ.

ໃນສານຂອງຕົນ, ທ່ານເລຂາທິການໃຫຍ່ Antonio Guterres ໃຫ້ຮູ້ວ່າ ການຂາດຄວາມສະເໝີພາບໃນການສຳຜັດກັບວັກຊິນກັນໂຄວິດ - 19 ໄດ້ເຮັດໃຫ້ເຊື້ອໄວຣັດ SARS – CoV – 2 ສາຍພັນຕ່າງໆຂະຫຍາຍຕົວແລະ ແຜ່ລະບາດຢ່າງແຮງ, ເຮັດໃຫ້ປະຊາຊົນໃນໂລກນັບລ້ານຄົນເສຍຊີວິດ ແລະ ຈະແກ່ຍາວໄລຍະຊຸດໂຊມເສດຖະກິດ ອາດຈະກໍ່ຄວາມເສຍຫາຍນັບພັນຕື້ USD. ທ່ານເລຂາທິການໃຫຍ່ Antonio Guterres ເນັ້ນໜັກວ່າ ບັນດາປະເທດ ໃນໂລກ ຕ້ອງຢຸດຕິສະພາບການນີ້, ແກ້ໄຂບັນດຄວາມສ່ຽງລົ້ມລະລາຍ ແລະ ຮັບປະກັນວ່າ ບັນດາບ້ວງເງິນລົງທຶນໃຫ້ການຟື້ນຟູຈະຖືກສົ່ງໄປເຖິງປະເທດທີ່ມີຄວາມຈຳເປັນທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ