ວັນຫວຽດນາມ ຂ່ຳນັບຮັບຕ້ອນປີ APEC 2017 ຂອງນັກສຶກສາ ຫວຽດນາມ ຢູ່ ລັດເຊຍ
“ວັນ ຫວຽດນາມ” ແມ່ນຊື່ຂອງເຫດການ ໂດຍນັກສຶກສາ ຫວຽດນາມ
ຢູ່ສະຖາບັນການທູດແຫ່ງຊາດ ມົດສະກູ (MGIMO) ຢູ່ສະຫະພັນ ລັດເຊຍ
(vovworld) – “ວັນ ຫວຽດນາມ” ແມ່ນຊື່ຂອງເຫດການ ໂດຍນັກສຶກສາ ຫວຽດນາມ ຢູ່ສະຖາບັນການທູດແຫ່ງຊາດ ມົດສະກູ (MGIMO) ຢູ່ສະຫະພັນ ລັດເຊຍ ຈັດຕັ້ງໃນວັນທີ 05/04 ເພື່ອຂ່ຳນັບຮັບຕ້ອນເຫດການ ຫວຽດນາມ ເປັນປະເທດເຈົ້າພາບຂອງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC). “ວັນ ຫວຽດນາມ” ຢູ່ MGIMO ລວມມີບັນດາການເຄື່ອນໄຫວຫລາຍຮູບຫລາຍແບບຄື: ກອງປະຊຸມສຳມະນາໂຕະມົນກ່ຽວກັບບົດບາດຂອງ ຫວຽດນາມ ໃນຖານະເປັນປະເທດເຈົ້າພາບເວທີປາໄສ APEC 2017, ງານຕະຫລາດນັດເຄື່ອງທີ່ລະນຶກທີ່ເປັນມູນເຊື້ອ, ງານວາງສະແດງ “ປີ APEC ຢູ່ ຫວຽດນາມ 2017”, ການ ເສັງກ່ຽວກັບການຊອກຮູ້ “ລັດເຊຍ - ຫວຽດນາມ”, ແນະນຳບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະ.
ກ່າວຄຳເຫັນທີ່ພິທີໄຂ, ທ່ານ Viltor Sumsky ຜູ້ອຳນວຍການສູນ ອາຊຽນ ຂຶ້ນກັບສະຖາບັນ MGIMO ຖືວ່າ: “ວັນ ຫວຽດນາມ” ທີ່ຈັດຕັ້ງຢູ່ MGIMO ຄັ້ງນີ້ ຢືນຢັນເຖິງລັກສະນະ ດູດດຶມ ແລະ ຟົດຟື້ນກໍ່ຄືກຳລັງດຶງດູດສຳລັບບັນດານັກສຶກສາ ບໍ່ພຽງແຕ່ຂອງໂຮງຮຽນເທົ່ານັ້ນ ຫາກຍັງແມ່ນຂອງບັນດາໂຮງຮຽນມະຫາວິທະຍາໄລອື່ນໆຢູ່ ມົດສະກູ, ເຊິ່ງແຫ່ງທີ່ມີລົງເລິກວິຊາຮຽນກ່ຽວກັບ ຫວຽດນາມ ອີກດ້ວຍ.