ວິສາຫະກິດ ຍີ່ປຸ່ນ ຍາມໃດກໍ່ປາດຖະໜາຢາກປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ຫວຽດນາມ
ວິສາຫະກິດ ຍີ່ປຸ່ນ ຍາມໃດກໍ່ປາດຖະໜາຢາກປະກອບ
ສ່ວນເຂົ້າໃນການພັດທະນາເສດຖະກິດ ຫວຽດນາມ
(ພາບ VGP)
(vovworld) - ຕອນເຊົ້າວັນທີ 17/01 ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ພ້ອມກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານຮ່ວມການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - ຍີ່ປຸ່ນ. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ຫວຽດນາມ ມີພື້ນຖານເສດຖະກິດເປີດ, ເຊື່ອມໂຍງຢ່າງເລິກເຊິ່ງກ້ວາງຂວາງ, ມີລະບົບກົດໝາຍທີ່ດີ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຕ່າງປະເທດ. ລັດຖະບານ ຫວຽດນາມ ຕັ້ງໜ້າ, ຕັດສິນໃຈປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງຂ້ຽວຂາດ. ປີ 2017 , ຫວຽດນາມ ວາງຄາດໝາຍສູ້ຊົນເຂົ້າ Top ແຖວໜ້າບັນດາປະເທດ ອາຊຽນ ກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ “ຫວຽດນາມ ປາດຖະໜາວ່າ ຍີ່ປຸ່ນ ຈະແມ່ນນັກລົງທຶນໃຫຍ່ທີ່ສຸດເຂົ້າ ຫວຽດນາມ”. ຕາມທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລ້ວ, ຫວຽດນາມ ປາດຖະໜາວ່າວິສາຫະກິດ ຍີ່ປຸ່ນ ຈະລົງທຶນເຂົ້າບັນດາຂົງເຂດຄື: ການເຕີບໂຕຂຽວ; ບັນດາໂຄງການຮ່ວມມືພັດທະນາອຸດສາຫະກຳ ຫວຽດນາມ - ຍີ່ປຸ່ນ, ພັດທະນາໂຄງລ່າງຄຸນນະພາບສູງ, ການບໍລິການທີ່ມີຄຸນນະພາບສູງ, ພິເສດແມ່ນການເງິນ, ທະນາຄານ ແລະ ການທ່ອງທ່ຽວ.
ສ່ວນທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ສະເໜີທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ລັດຖະບານ ຫວຽດນາມ ສືບຕໍ່ໜູນຊ່ວຍ, ເອົາໃຈໃສ່, ຮັບຟັງບັນດາວິສາຫະກິດ ຍີ່ປຸ່ນ, ດ້ວຍທ່າແຮງກ່ຽວກັບເຕັກໂນໂລຢີສູງ, ມີຫລາຍບົດຮຽນໃນການຜະລິດດຳເນີນທຸລະກິດ. ທ່ານນາຍົກລັດຖະມົນຕີ Shinzo Abe ຢືນຢັນວ່າ ວິສາຫະກິດ ຍີ່ປຸ່ນ ຍາມໃດກໍ່ປາດຖະໜາຢາກປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ຫວຽດນາມ ໂດຍຜ່ານການຖ່າຍທອດເຕັກໂນໂລຢີສູງ ແລະ ກໍ່ສ້າງແຫຼ່ງຊັບພະຍາກອນ ແລະ ມີຄວາມເຊື່ອໝັ້ນຕໍ່ ບັນດາວິສາຫະກິດ ຍີ່ປຸ່ນ ຈະສືບຕໍ່ເຄື່ອນໄຫວຍາວນານ, ໝັ້ນຄົງ, ຮ່ວມມືຢ່າງຕັ້ງໜ້າກັບບັນດາຄູ່ຮ່ວມມືຂອງ ຫວຽດນາມ ກ່ວາອີກ.