ວິສາຫະກິດ ຫງຽດນາມ ຢູ່ ສະຫະພັນລັດເຊຍ ຮ່ວມມືພ້ອມກັນພັດທະນາ

ວິສາຫະກິດ ຫງຽດນາມ ຢູ່ ສະຫະພັນລັດເຊຍ ຮ່ວມມືພ້ອມກັນພັດທະນາ - ảnh 1
ວິສາຫະກິດ ຫງຽດນາມ ຢູ່ ສະຫະພັນລັດເຊຍ
ຮ່ວມມືພ້ອມກັນພັດທະນາ

(vovworld) - ໃນ​ວັນ​ທີ 4/3, ທີ່ ນະ​ຄອນຫຼວງ Moscow, ສະມາຄົມ​ວິ​ສາຫະ​ກິດ ຫວຽດ​ນາມ ຢູ່ ສະ​ຫະ​ພັນ​ລັດ​ເຊຍ ຈັດ​ຕັ້ງ​ການ​ສຳ​ມະ​ນາ “ວິ​ສາຫະ​ກິດ ຫງຽດ​ນາມ ຢູ່ ສະ​ຫະ​ພັນ​ລັດ​ເຊຍ ແບ່ງ​ປັນ​ບົດ​ຮຽນ, ການ​ຮ່ວມ​ມື​ພ້ອມ​ກັນ​ພັດ​ທະ​ນາ”. ບັນ​ດາ ຜູ້​ແທນ​ເຫັນ​ດີ​ເປັນ​ເອ​ກະ​ສັນ​​ໂດຍຖື​ວ່າ ສະ​ພາບ​​ເສດ​ຖະ​ກິດ​ທີ່ຫຍຸ້ງ​ຍາກ​ຂອງ ສະ​ຫະ​ພັນ​ລັດ​ເຊຍ ​ແມ່ນຍ້ອນ​ຖືກ​ປິດ​ລ້ອມ, ​ຂວ້ຳ​ບາດ ແລະ ລາ​ຄາ​ວັດ​ຖຸ​ດິບຫຼຸດ​ລົງ​ຢ່າງແຮງ, ​ກະ​ທົບ​ຢ່າງຫຍໍ້​ທໍ້ເຖິງ​ການ​ເຄື່ອນ​ໄຫວ ຂອງ ວິ​ສາຫະ​ກິດເວົ້າ​ລວມ ແລະ ວິ​ສາຫະ​ກິດ ຫວຽດ​ນາມ ເວົ້າ​ສະ​ເພາະ. ເຖິງຢ່າງ​ໄດ​ກໍ່​ຕາມ, ​ເມື່ອໄລ​ຍະ​ຫຍຸ້ງ​ຍາກ​ທີ່​ສຸດ​ໄດ້​ຜ່ານ​ໄປ​ແລ້ວ, ບັນ​ດາ ວິ​ສາຫະ​ກິດສືບ​ຕໍ່ພັດ​ທະ​ນາ​ຢ່າງໄວ​ ​ເມື່ອພື້ນ​ຖານ​ເສດ​ຖະ​ກິດ​ສະ​ຫະ​ພັນ​ລັດ​ເຊຍ​ໄດ້​ຮັບ​ການ​ຟື້ນ​ຟູ. ກາ​ລະ​ໂອກາດທີ່​ດີ​ຈຳນວນ​ໜຶ່ງ​ພວມ​ເປີດ​ອອກ​ສຳ​ລັບວິ​ສາຫະ​ກິດ ຫວຽດ​ນາມ ຢູ່ ສະ​ຫະ​ພັນ​ລັດ​ເຊຍ, ພິ​ເສດ​ແມ່ນ​ຂະ​ນະ​ທີ່ສັນ​ຍາ​ການ​ຄ້າ​​ເສ​ລີ (FTA) ລະ​ຫວ່າງ ພັນທະ​ມິດ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ (EAEU) ກັບ ຫວຽດນາມເລີ່ມ​ມີ​ຜົນ​ສັກ​ສິດ.

ຂ່າວ/ບົດ​ອື່ນ