(vovworld)-ຄຳຕັດສິນສຸດທ້າຍຂອງກະຊວງການຄ້າອາເມລິກາກ່ຽວກັບການຈັດວາງພາສີຕ້ານການຊ່ວຍຫນູນສຳລັບກຸ້ງແຊເຢັນນຳເຂົ້າຈາກ ຫວຽດນາມ ໄດ້ກໍ່ຄວາມຂັດໃຈຕໍ່ບັນດາວິສາຫະກິດດຳເນີນທຸລະກິດສິນຄ້າປະເພດດັ່ງກ່າວ ທັງ ຢູ່ ຫວຽດນາມ ແລະ ອາເມລິກາ. ທ່ານ ຫງວຽນວັນກີກ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນສິນໃນນ້ຳ Cafatex, ບໍລິສັດຜະລິດສະເພາະກຸ້ງແຊເຢັນ ຖືວ່າ: ປະຈຸບັນ ບັນດາວິສາຫະກິດພວມເຄື່ອນໄຫວດຳເນີນທຸລະກິດຕາມກົນໄກການຕະຫລາດ. ສະນັ້ນ ບໍ່ໄດ້ຮັບການຊ່ວຍຫນູນຈາກລັດໃນການເຄື່ອນໄຫວດຳເນີນທຸລະກິດ ແລະ ກໍບໍ່ໄດ້ຮັບການຊ່ວຍຫນູນພິເສດສະເພາະໃດໃຫ້ແກ່ຂະແຫນງກຸ້ງໃນຫລາຍປີຜ່ານມາ. ທ່ານ ຫງວຽນວັນກີກ ເວົ້າວ່າ:
“ໃນຂະແຫນງລ້ຽງສັດ, ເປັນຕົ້ນແມ່ນຂະແຫນງລ້ຽງກຸ້ງບໍ່ໄດ້ຮັບການຊ່ວຍຫນູນໃດໆ. ປະຊາຊົນຕ້ອງຮັບຜິດຊອບເອງ. ຄຳຕັດສິນດັ່ງກ່າວຂອງກະຊວງການຄ້າ ອາເມລິກາ ໄດ້ສົ່ງຜົນສະທ້ອນເຖິງຊີວິດການເປັນຢູ່ຂອງປະຊາຊົນ. ນີ້ແມ່ນຄຳຕັດສິນບໍ່ຍຸຕິທຳ.”
ໃນຂະນະນັ້ນ, ວັນທີ 14/8 ຢູ່ ອາເມລິກາ, ໃນວາລະອະພິປາຍສຸດທ້າຍກ່ຽວກັບການຟ້ອງຮ້ອງຂອງພັນທະມິດອຸດສາຫະກຳກຸ້ງເຂດອ່າວ ອາເມລິກາ ສຳລັບກຸ້ງແຊເຢັນນຳເຂົ້າຈາກຫວຽດນາມ ແລະ ປະເທດອື່ນຈຳນວນຫນຶ່ງ, ວິສາຫະກິດອາເມລິກາ ຫລາຍແຫ່ງ ໄດ້ອອກຄຳຄັດຄ້ານການຈັດວາງພາສີຕ້ານການຊ່ວຍຫນູນສຳລັບສິນຄ້າປະເພດດັ່ງກ່າວ. ທ່ານ Eric Buckner, ຜູ້ອຳນວຍການຮັບຜິດຊອບສິນໃນນ້ຳຂອງກຸ່ມບໍລິສັດ Sysco ຂອງອາເມລິກາ ຢືນຢັນວ່າ: ກຸ້ງລ້ຽງນຳເຂົ້າ ແລະ ກຸ້ງທີ່ຂຸດຄົ້ນທຳມະຊາດ ແມ່ນສອງຜະລິດຕະພັນແຕກຕ່າງກັນ ສະນັ້ນ ບໍ່ສາມາດແກ້ງແຍ້ງນຳກັນໄດ້. ສ່ວນ ທ່ານ Guy Pizzuti ຜູ້ອຳນວຍການ ຮັບຜິດຊອບສິນໃນນ້ຳຂອງ Publix Super Markets ຊື່ງແມ່ນຫນຶ່ງໃນຈຳນວນ10 ລະບົບຮ້ານຊັບພະສິນຄ້າໃຫຍ່ກວ່າໝູ່ ຂອງອາເມລິກາ ໃຫ້ຮູ້ວ່າ:
ພາບປະກອບ:internet |
“ຂ້າພະເຈົ້າຄິດວ່າ ກຸ້ງລ້ຽງນຳເຂົ້າ ແລະ ກຸ້ງທີ່ຂຸດຄົ້ນທຳມະຊາດແມ່ນຜະລິດຕະພັນສອງປະເພດບໍ່ສາມາດນຳເອົາແກ້ງແຍ້ງກັນໄດ້. ບໍລິສັດພວກຂ້າພະເຈົ້າມີແຜນການ Maketing ແລະ ຈຳຫນ່າຍ ທີ່ແຕກຕ່າງກັນສຳລັບສອງປະເພດສິນຄ້າດັ່ງກ່າວ.”