ວິສາຫະກິດ ຫວຽດນາມ ໃຫ້ຄຳໝັ້ນສັນຍາພັດທະນາແບບຍືນຍົງພ້ອມກັບການປະຕິວັດ 4.0

(VOVWORLD) -  ຕາມນັກຊ່ຽວຊານດ້ານເສດຖະກິດ ຟ້າມຈີລານ ແລ້ວ, ກາລະໂອກາດ ແລະ ສິ່ງທ້າທາຍ ສຳລັບວິສາຫະກິດພາຍຫຼັງກອງປະຊຸມ APEC 2017 
ວິສາຫະກິດ ຫວຽດນາມ ໃຫ້ຄຳໝັ້ນສັນຍາພັດທະນາແບບຍືນຍົງພ້ອມກັບການປະຕິວັດ 4.0 - ảnh 1 ພາບປະກອບ

“ເມື່ອສັງເກດຈາກ APEC 2017: ກາລະໂອກາດພັດທະນາແບບຍືນຍົງໃຫ້ແກ່ວິສາຫະກິດ” ແມ່ນຫົວຂໍ້ຂອງເວທີປາໄສສະມາຄົມວິສາຫະກິດໜຸ່ມ ຮ່າໂນ້ຍ ສົມທົບກັບກອງທຶນສາກົນປົກປັກຮັກສາທຳມະຊາດ (WWF) ຫວຽດນາມ ຈັດຕັ້ງໃນວັນທີ 6 ທັນວາ, ຢູ່ຮ່າໂນ້ຍ.

        ທີ່ເວທີປາໄສ, ບັນດານັກປາຖະກະຖາ ຖືວ່າ ການປະຕິວັດ 4.0 ໄດ້ເປີດກາລະໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງໃຫ້ແກ່ວິສາຫະກິດ, ຮຽກຮ້ອງໃຫ້ບັນດາວິສາຫະກິດຕ້ອງສ້າງຍຸດທະສາດພັດທະນາແບບຍືນຍົງ ແລະ ບັນດາບາດກ້າວລະອຽດ, ໜັກແໜ້ນເພື່ອກ້າວເຂົ້າສູ່ການປະຕິວັດນີ້.

        ຕາມນັກຊ່ຽວຊານດ້ານເສດຖະກິດ ຟ້າມຈີລານ ແລ້ວ, ກາລະໂອກາດ ແລະ ສິ່ງທ້າທາຍ ສຳລັບວິສາຫະກິດພາຍຫຼັງກອງປະຊຸມ APEC 2017 ຈະຕິດພັນກັບທ່າອ່ຽງເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ແລະ ສັງກາດດີຈີຕອນ 4.0. ໃນນັ້ນ, ຄວາມຮັບຜິດຊອບສັງຄົມ ແມ່ນຄວາມຮຽກຮ້ອງຕ້ອງການຕົ້ນຕໍ ແລະ ຕັດສິນຊີ້ຂາດໃຫ້ແກ່ການແກ່ງແຍ້ງ ແລະ ການພັດທະນາແບບຍືນຍົງຂອງວິສາຫະກິດ ໃນສະພາບການເສດຖະກິດປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ